ຂໍ້​ລິ​ເລີ່ມ​ການ​ນຳ​ໜຸ່ມ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງໃຕ້ 2023” - ເຊື່ອມ​ຕໍ່​ບັນ​ດາ​ການ​ນຳ​ໜຸ່ມ​ໃນ​ພາກ​ພື້ນ

(VOVWORLD) - ຕອນເຊົ້າວັນທີ 16 ພຶດສະພາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສໍາມະນາລະດັບພາກພື້ນ “ຂໍ້ລິເລີ່ມການນຳໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ (YSEALI) 2023” ໂດຍສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ແລະ ມະຫາວິທະຍາໄລເສດຖະກິດແຫ່ງຊາດ ສົມທົບກັນຈັດຂຶ້ນ.

ກອງປະຊຸມສຳມະນາດັ່ງກ່າວຖືກຈັດຂຶ້ນເພື່ອແນໃສ່ ຊຸກຍູ້ການຮ່ວມມືສາກົນ, ແມ່ນໂອກາດເພື່ອໃຫ້ຜູ້ແທນໄດ້ແລກປ່ຽນກ່ຽວກັບແນວຄວາມຄິດການສຶກສາ, ຮຽນຮູ້ບົດຮຽນປະສົບການຈາກນັກຊ່ຽວຊານ, ທີ່ປຶກສາດ້ານການສຶກສາທີ່ມີອິດທິພົນຊື່ສຽງ, ຈາກນັ້ນ ສ້າງພື້ນຖານແກ່ບັນດາມາດຕະການປະດິດຄິດສ້າງຕໍ່ການທົດສອບ ເຊິ່ງໂລກພວມປະເຊີນໜ້າ. ເຂົ້າຮ່ວມກອງປະຊຸມສຳມະນາດັ່ງກ່າວ ມີຄູອາຈານ, ນັກວາງກຳນົດນະໂຍບາຍ, ທີ່ປຶກສາ ແລະ ນັກຊ່ຽວຊານໜຸ່ມ ເຊິ່ງເຮັດວຽກຢູ່ຮາກຖານການສຶກສາຕ່າງໆ, ອົງການລັດຖະບານ, ອົງການບໍ່ຂຶ້ນກັບລັດຖະບານ ແລະ ບັນດາອົງການຈັດຕັ້ງສັງຄົມ 75 ຄົນ. ນີ້ກໍແມ່ນບັນດາການນຳໜຸ່ມດີເດັ່ນທີ່ໄດ້ຄັດເລືອກຢ່າງເຄັ່ງຄັດ ຈາກຜູ້ສະໝັກກວ່າ 900 ຄົນຢູ່ບັນດາປະເທດ ອາຊຽນ ແລະ Timor Leste.  

        ກອງປະຊຸມສຳມະນາ YSEALI ໂດຍ ລັດຖະບານ ອາເມລິກາ ລິເລີ່ມ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດາສະມາຊິກໄດ້ທຳຄວາມລຶ້ງເຄີຍ, ພົບປະແລກປ່ຽນກັບເພື່ອນຮ່ວມອາຊີບ ອາເມລິກາ ແລະ ອາຊຽນ, ພ້ອມທັງສົ່ງເສີມຜັນຂະຫຍາຍຂໍ້ລິເລີ່ມຕ່າງໆ ເພື່ອປະກອບສ່ວນຊຸກຍູ້ການເຕີບໂຕແບບຍືນຍົງ ແລະ ການຮ່ວມມືໃນພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ