ຂະແໜງຖ່ານຫີນສ້າງແຜນການຜັນຂະຫຍາຍການຜະລິດ, ດຳເນີນທຸລະກິດຢ່າງມີປະສິດທິຜົນ

(VOVWORLD) -ຂະແໜງຖ່ານຫີນ ແລະ ບໍ່ແຮ່ຫວຽດນາມ ຕ້ອງເປັນເຈົ້າການ, ມີໄຫວພິບໃນການບໍລິຫານການຜະລິດ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ, ໂດຍສະເພາະແມ່ນຕະຫຼາດຖ່ານຫີນ
ຂະແໜງຖ່ານຫີນສ້າງແຜນການຜັນຂະຫຍາຍການຜະລິດ, ດຳເນີນທຸລະກິດຢ່າງມີປະສິດທິຜົນ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ
(ພາບ: VGP)

ວັນທີ 21 ມັງກອນ, ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມສະຫຼຸບວຽກງານປີ 2020 ແລະ ຜັນຂະຫຍາຍໜ້າທີ່ປີ 2021 ຂອງກຸ່ມບໍລິສັດຖ່ານຫີນ ແລະ ບໍ່ແຮ່ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ເນັ້ນໜັກວ່າ: ຂະແໜງຖ່ານຫີນ ແລະ ບໍ່ແຮ່ຫວຽດນາມ ຕ້ອງເປັນເຈົ້າການ, ມີໄຫວພິບໃນການບໍລິຫານການຜະລິດ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ, ໂດຍສະເພາະແມ່ນຕະຫຼາດຖ່ານຫີນ ເພື່ອແນໃສ່ຮັບປະກັນການສະໜອງຖ່ານຫີນໃຫ້ແກ່ການຜະລິດ ແລະ ຈຳໜ່າຍຢ່າງພຽງພໍ, ພິເສດແມ່ນໃຫ້ແກ່ການຜະລິດໄຟຟ້າ. ໃນນັ້ນຕ້ອງຕິດພັນກັບ 8 ເປົ້າໝາຍຈຸດສຸມໃນການຊີ້ນຳບໍລິຫານ, ພ້ອມກັບ 11 ໜ້າທີ່ ແລະ ມາດຕະການແກ້ໄຂຂອງລັດຖະບານທີ່ໄດ້ວາງອອກໃນປີ 2021 ເພື່ອປະຕິບັດໃຫ້ສຳເລັດແຜນການທີ່ໄດ້ວາງອອກ.

        ປີ 2021, ກຸ່ມບໍລິສັດຖ່ານຫີນ ແລະ ບໍ່ແຮ່ຫວຽດນາມ ໄດ້ວາງຄາດໝາຍບັນລຸລາຍຮັບໃຫ້ໄດ້ 123.880 ຕື້ດົ່ງ ເທົ່າກັບການປະຕິບັດໃນປີ 2020; ມອບເຂົ້າງົບປະມານ 17.900 ຕື້ດົ່ງ. ກຳໄລຂອງທົ່ວກຸ່ມບໍລິສັດໃຫ້ບັນລຸ 3.000 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ