(vovworld) - ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໃຫ້ຮູ້ວ່າ ໃນປີ 2013, ໄດ້ມີນັກທ່ອງທ່ຽວສາກົນມາຢ້ຽມຢາມ ລາວ ເກືອບ 3,8 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 500.000 ເທື່ອຄົນ ເມື່ອທຽບໃສ່ປີ 2012 ແລະ ສູງກວ່າຄາດໝາຍທີ່ວາງອອກໃຫ້ປີ 2015 ແມ່ນ 3,75 ລ້ານເທື່ອຄົນ.
ແຂກທ່ອງທ່ຽວມາຢ້ຽມຢາມລາວ ສ່ວນຫຼາຍແມ່ນມາຈາກບັນດາປະເທດອາຊຽນ, ຢືນອັນດັບໜຶ່ງແມ່ນໄທ ດ້ວຍຈຳນວນ 1,9 ລ້ານເທື່ອຄົນ. ແຂກທ່ອງທ່ຽວທີ່ມາຈາກບັນດາປະເທດເອີລົບ, ອາຟະລິກາ ແລະ ເຂດຕາເວັນອອກກາງ ກໍ່ເພີ່ມຂຶ້ນສູງ. ປະຈຸບັນ ລາວ ມີສະຖານທີ່ທ່ອງທ່ຽວໃນທົ່ວປະເທດປະມານ 700 ແຫ່ງ ເພື່ອໂຄສະນາວັດທະນະທຳ, ປະຫວັດສາດ ແລະ ທິວທັດທຳມະຊາດຂອງປະເທດ. ປະເທດອາຊີຕາເວັນອອກສ່ຽງໃຕ້ນີ້ ພວມມີແຜນການພັດທະນາສະຖານທີ່ທ່ອງທ່ຽວທີ່ມີຄວາມສາມາດບົ່ມຊ້ອນຕື່ມອີກ 800 ແຫ່ງ. ການເຕີບໂຕດ້ານການທ່ອງທ່ຽວ ໄດ້ເຮັດໃຫ້ບັນດາຂະແໜງດຳເນີນທຸລະກິດໂຮງແຮມ ແລະ ຮ້ານອາຮານພັດທະນາໄປນຳ ແນໃສ່ຕ້ອບສະໜອງຄວາມຮຽກຮ້ອງຕ້ອງການຂອງແຂກທ່ອງທ່ຽວ.