ຂະແໜງປ້ອງກັນຄວາມ ສະຫງົບຮົງກົງ(ຈີນ) ຈັບຕົວ 19 ຄົນ


ຂະແໜງປ້ອງກັນຄວາມ ສະຫງົບຮົງກົງ(ຈີນ) ຈັບຕົວ 19 ຄົນ - ảnh 1

(ພາບ: anninhthudo.vn)

 (vovworld)- ​ ວັນ​ທີ 4/10, ຜູ້ນຳ​ໜ້າ​ຂະ​ແໜງ​ປ້ອງ​ກັນ​ຄວາມ​ສະຫງົບ​ຮົງ​ກົງ (ຈີນ) ​ໃຫ້​ຮູ້​ວ່າ ​ໄດ້ຈັບ​ຕົວ 19 ຄົນ​ໃນ​ການ​ປະ​ທະ​ກັນ​ລະຫວ່າ​ວງບັນດາ​ຜູ້​ສະໜັບສະໜູນ ​ແລະ ປະຕິ​ເສດ​ຂະ​ບວນການ “ຍຶດຄອງ​ໃຈ​ກາງ​ເມືອງ“. ການ​ປະ​ທະ​ກັນ​ເລີ່​ມເກີດ​ຂຶ້ນ​ນັບແຕ່​ຕອນ​ບາຍ​ວັນ​ທີ 3/10 ຮອດ​ຕອນ​ເຊົ້າວັນ​ທີ 4/10 ຢູ່ Mong kok ​ແລະ Causeway ຊື່​ງ​ແມ່ນ​ເຂດ​ການ​ຄ້າ​ໃຫ່ຍ 2 ​ແຫ່ງ​ທີ່​ເຂດ​ປົກຄອງ​ພິ​ເສດ​ຮົງ​ກົງ ອັນ​ໄດ້​ເຮັດ​ໃຫ້​ຜູ້​ແຫ່​ຂະ​ບວນປະ​ທ້ວງ ​ແລະ ພາລະ​ກອນ​ປ້ອງ​ກັນ​ຄວາມ​ສະຫງົບ​ຈຳນວນ​ໜຶ່ງ​ຖືກ​ບາດ​ເຈັບ. ​ເພື່ອ​ສະກັດ​ກັ້ນການ​ປະ​ທະ​ກັນ​ແຜ່​ລາມ​ອອກ​ສູ່​ລວງ​ກ້ວາງ, ​ເຮັດ​ໃຫ້​ສະພາບ​ການ​ເກີນ​ຂອບ​ເຂດ​ການ​ຄວບ​ຄຸມ, ຕຳຫຼວດ​ຮົງກົງ ​ໄດ້​ຈັບ​ຕົວພວກ​ຫົວ​ຮຸນ​ແຮງ 19 ຄົນ./.

ຂ່າວ/ບົດ​ອື່ນ