ຂະແໜງສິນໃນນ້ຳຫວຽດນາມປີ 2014: ຍົກສູງປະສິດທິຜົນ ແລະ ພັດທະນາແບບຍືນຍົງ
(ພາບປະກອບ)
(vovworld) – ໃນປີ 2014, ກົມໃຫຍ່ສິນໃນນ້ຳໄດ້ວາງຈຸດໝາຍຂຸດຄົ້ນສິນໃນນ້ຳບັນລຸ 6,2 ລ້ານໂຕນ ແລະ ກຳນົດຈຸດສຸມແມ່ນຈັດຕັ້ງການເຄື່ອນໄຫວຜະລິດບົນທະເລທັງຢູ່ໄກຝັ່ງ ແລະ ແຄມຝັ່ງ. ກ່າວຄຳເຫັນທີ່ກອງປະຊຸມສະຫລຸບຂອງຂະແໜງສິນໃນນ້ຳ, ຈັດຂຶ້ນໃນວັນທີ 24/12, ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວູວັນຕ໋າມ, ໃຫ້ຮູ້ວ່າ:
“ປີ 2014 ເປັນຂີດໝາຍແຜນຮ່າງຜັນຂະຫຍາຍການສ້າງໂຄງປະກອບຂະແໜງສິນໃນນ້ຳຄືນໃໝ່, ຈັດຕັ້ງການຜະລິດຢູ່ໄກຝັ່ງ ແລະ ແຄມຝັ່ງຄືນໃໝ່. ກ່ອນອື່ນໝົດ, ສູນກາງຈະຜັນຂະຫຍາຍການປະຕິບັດທົດລອງຢູ່ 3 ແຂວງຄື: ບິ່ງດິ້ງ, ຟູ໋ອຽນ, ແຄ໋ງຮ່ວາ, ສ່ວນຢູ່ແຄມຝັ່ງຕ້ອງແບ່ງໃຫ້ບັນດາທ້ອງຖີ່ນ, ບົນພື້ນຖານນັ້ນບັນດາທ້ອງຖີ່ນຈະຊັບຊ້ອນເອງ, ເຮັດແນວໃດເພື່ອຄຸຂຸດຄົ້ນ ແລະ ພັດທະນາຍືນຍົງ.”
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຖືວ່າ, ປີ 2013, ຂະແໜງສິນໃນນ້ຳໄດ້ສຸມໃສ່ຈັດຕັ້ງຮູບແບບຂຸດຄົ້ນບົນທະເລຄືນໃໝ່, ເຄື່ອນໄຫວໄກຝັ່ງຕາມຮູບແບບໜ່ວຍງານ, ຂຸດຄົ້ນສິນທະເລທີ່ມີມູນຄ່າເສດຖະກິດສູງ ນຳມາເຊິ່ງປະສິດທິຜົນ, ຄົ້ນຄ້ວາ ແລະ ລົງທຶນນຳໃຊ້ເຕັກໂນໂລຢີທັນສະໄໝໃນການຮັກສາ, ປຸງແຕ່ງ ຈາກນັ້ນຍົກສູງມູນຄ່າຜະລິດຕະພັນ... ເພີ່ມທະວີວຽກງານຄຸ້ມຄອງກໍ່າປັ່ນຫາປ່າ, ຮັບປະກັນຄວາມປອດໄພໃຫ້ກຳປັ່ນຫາປາ ແລະ ຊາວປະມົງ.