ກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີເນັດສະຫລຸບວຽກງານການ
ແພດ ປີ 2015, ຜັນຂະຫຍາຍແຜນການປີ 2016 ແລະ ໜ້າທີ່ຕົ້ນຕໍ
ໄລຍະ 2016 – 2020
|
Vovworld - ຂະແໜງສາທາລະນະສຸກສືບຕໍ່ສຸມໃສ່ກໍ່ສ້າງຖັນແຖວແພດໝໍ ໃຫ້ມີຄວາມເກັ່ງກ້າສາມາດ, ມີວິຊາຊີບສູງ ແລະ ຈັນຍາບັນເປັນຢ່າງດີ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ ໄດ້ເນັ້ນໜັກຄືດັ່ງກ່າວທີ່ກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີເນັດສະຫລຸບວຽກງານການແພດປີ 2015, ຜັນຂະຫຍາຍແຜນການປີ 2016 ແລະ ໜ້າທີ່ຕົ້ນຕໍໄລຍະ 2016 – 2020 ໂດຍກະຊວງສາທາລະນະສຸກຈັດຕັ້ງໃນວັນທີ 15/1, ຢູ່ຮ່າໂນ້ຍ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເນັ້ນໜັກວ່າ: ຂະແໜງສາທາລະນະສຸກ ໄດ້ມີບັນດາບາດກ້າວພັດທະນາໃນວຽກງານຮັກສາ ແລະ ເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ຊີ້ແຈ້ງບັນດາໜ້າທີ່ລະອຽດເຊິ່ງຂະແໜງການແພດຕ້ອງຊີ້ນຳຜັນຂະຫຍາຍປະຕິບັດໃນໄລຍະຈະມາເຖິງຢ່າງຮີບດ່ວນ. ນັ້ນແມ່ນ, ຂະແໜງຕ້ອງສຸມໃສ່ຊີ້ນຳປະຕິບັດວຽກງານການແພດປ້ອງກັນ, ເບິ່ງແຍງສຸຂະພາບຂັ້ນຕົ້ນໃຫ້ປະຊາຊົນ… ນອກຈາກນັ້ນ, ຂະແໜງຕ້ອງເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນບັນດາໂລກພະຍາດຈາກພາຍນອກ… ທ່ານ ຫງວຽນເຕີນຢູ້ງ ຊີ້ແຈ້ງວຽກງານປະກັນສຸຂະພາບຕ້ອງໄດ້ຮັບຄວາມເອົາໃຈໃສ່ດ້ວຍຄວາມມານະພະຍາຍາມຢ່າງສູງເພື່ອຮັບປະກັນຄວາມຍຸຕິທຳທາງສັງຄົມໃນການເບິ່ງແຍງສຸຂະພາບໃຫ້ປະຊາຊົນ, ຄຽງຄູ່ກັນນັ້ນ, ຕ້ອງຄວບຄຸມວຽກງານກວດ, ປິ່ນປົວພະຍາດດ້ວຍບັດປະກັນສຸຂະພາບເປັນຢ່າງດີ…