( vovworld ) – ຕອນບ່າຍວັນທີ 29/3, ຢູ່ຮ່າໂນ້ຍ, ທ່ານ Andis Piebalgs ຂ້າຫຼວງໃຫ່ຍ ຜູ້ຮັບຜິດຊອບການພັດທະນາຂອງສະຫະພາບເອີລົບ (EU) ໄດ້ຈັດການປະຊຸມຂ່າວ ເນື່ອງໃນໂອກາດການມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ຜ່ານການປະຊຸມຂ່າວທ່ານຂ້າຫຼວງໃຫ່ຍ Andis Piebalgs ໄດ້ຕີລາຄາວ່າ: ຫວຽດນາມ ໄດ້ປະສົບຜົນສຳເລັດໃນການເຮັດໃຫ້ປະຊາຊົນຫວຽດນາມ ນັບລ້ານຄົນຫລຸດພົ້ນອອກຈາກຄວາມທຸກຍາກ ໂດຍຜ່ານບັນດາການປະຕິຮູບ ແລະ ບັນລຸໄດ້ບັນດາເປົ້າໝາຍພັດທະນາສະຫັດສະວັດເປັນສ່ວນຫຼາຍ ແລະ ພວມຢູ່ໃນທ່ວງທ່າບັນລຸຈຸດໝາຍທັງໝົດໃນປີ 2015. ທ່ານຂ້າຫຼວງໃຫ່ຍ Andis Piebalgs ໄດ້ຢືນຢັນວ່າ ເຖິງວ່າຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດໃນວຽກງານລົບລ້າງຄວາມອຶດຫີວ ຫລຸດຜ່ອນຄວາມທຸກຍາກແລ້ວກໍຕາມ, ແຕ່ EU ຈະບໍ່ປ່ຽນແປງຄຳໝັ້ນສັນຍາຊ່ວຍເຫຼືອໃຫ້ແກ່ຫວຽດນາມ ເພື່ອແນໃສ່ສືບຕໍ່ເຮັດໃຫ້ການໜູນຊ່ວຍມີຄຸນຄ່າສູງກ່ວາ, ນຳມາເຊີ່ງຜົນປະໂຫຍດໃຫ້ປະຊາຊົນຫຼາຍກ່ວາອີກ ໃນໄລຍະເວລາໃກ້ສຸດ