ທ່ານຟ້າມກວາງງິ້ກ່າວຄຳເຫັນທີ່ ກອງປະຊຸມສະມຳນາ
(ພາບ: Nguyên Nhung )
(vovworld) – ຂ່ຳນັບຮັບຕ້ອນ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ, ຕອນເຊົ້າວັນທີ 3/10, ຢູ່ຫໍພິພິຕະພັນຮ່າໂນ້ຍ, ໄດ້ຈັດໃຫ້ມີກອງປະຊຸມສະມຳນາວິທະຍາສາດ “60 ປີແຫ່ງວັນປົດປ່ອຍນະຄອນຫຼວງ: ຜົນງານ, ກາລະໂອກາດ, ສິ່ງທ້າທາຍ ແລະ ການພັດທະນາ“ ໂດຍມີການເຂົ້າຮ່ວມຂອງທ່ານຫງວຽນທ້ຽນເຍິນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ; ທ່ານເຈິນດ້າຍກວາງ, ກຳມະການກົມການເມືອງ, ລັດຖະມົນຕີວ່າການກະຊວງຕຳຫຼວດຫວຽດນາມ, ທ່ານຟ້າມກວາງງິ້, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນຮ່າໂນ້ຍ.
ກ່າວຄຳເຫັນນະທີ່ນີ້, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຟ້າມກວາງງິ້ ເນັ້ນໜັກວ່າ: ໂດຍໄດ້ສືບທອດ, ພັດທະນາມູນເຊື້ອການປະຕິວັດຂອງນະຄອນຫຼວງ ແລະ ປະເທດຊາດ, ໃນຊຸມປີມໍ່ໆມານີ້, ຮ່າໂນ້ຍ ນັບມື້ນັບໄດ້ບື່ນຕົວຂຶ້ນຢ່າງແຮງ ແຕ່ເຖິງຢ່າງໃດກໍ່ຕາມ, ນະຄອນພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍ, ຕ້ອງມີຄຳເຫັນປະກອບຂອງບັນດານັກວິທະຍາສາດທີ່ກອງປະຊຸມສຳມະນາຄັ້ງນີ້:
“ພ້ອມກັບບັນດາກາລະໂອກາດທີ່ໃຫ່ຍຫຼວງ, ຮ່າໂນ້ຍ ຕ້ອງປະເຊີນໜ້າກັບບັນດາທິ່ງທ້າທາຍພວມໄດ້ວາງອອກ, ເສດຖະກິດພັດທະນາບໍ່ທັນເທົ່າທຽມກັບຄວາມສາມາດບົ່ງຊ້ອນ. ຫຼາຍແຫຼ່ງກຳລັງ ແລະ ທ່າໄດ້ປຽບຂອງນະຄອນຫຼວງບໍ່ທັນໄດ້ຮັບການຂຸດຄົ້ນ ແລະ ນຳໃຊ້ຢ່າງມີປະສິດທິຜົນ. ກຳລັງແກ່ງແຍ້ງຂອງເສດຖະກິດ ນະຄອນຫຼວງຍັງມີຄວາມຈຳກັດຢູ່. ການເຊື່ອມຕົວເຂົ້າກັບສາກົນບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການເທື່ອ“./.