ຄວນປ່ຽນຊື່ກົດໝາຍວ່າດ້ວຍຄວາມປອດໄພດ້ານສ່ືສານເປັນກົດໝາຍວ່າດ້ວຍຄວາມປອດໄພດ້ານສື່ສານທາງອິນເຕີແນດ
(ພາບປະກອບ)
(vovworld) - ໃນວາລະປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຄວາມປອດໄພດ້ານສື່ສານ ຕ້ອນເຊົ້າວັນທີ 24/06, ສະມາຊິກສະພາແຫ່ງຊາດສ່ວນຫຼາຍໄດ້ເຫັນດີເລື່ອງປ່ຽນຊື່ກົດໝາຍແມ່ນກົດໝາຍວ່າດ້ວຍຄວາມປອດໄພດ້ານສື່ສານທາງອິນເຕີແນດ ເພື່ອສ່ອງແສງທາດແທ້, ເນື້ອໃນ, ຂອບເຂດ, ເປົ້າໝາຍຂອງຮ່າງກົດໝາຍນີ້ໃຫ້ຖືກວ່າ.
ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີນຳກັນວ່າ, ເລື່ອງປະກາດໃຊ້ກົດໝາຍແມ່ນຈຳເປັນ. ເລື່ອງສ້າງຮ່າງກົດໝາຍແມ່ນແນໃສ່ປັບປຸງພື້ນຖານນິຕິກຳກ່ຽວກັບຄວາມປອດໄພດ້ານສື່ສານ; ເສີມຂະຫຍາຍບັນດາແຫຼ່ງກຳລັງຂອງປະເທດຊາດ ເພື່ອຮັບປະກັນຄວາມປອດໄພດ້ານສື່ສານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ. ທ່ານ ຫງວຽນຮຶວຮຸ່ງ, ສະມາຊິກສະພາແຫ່ງຊາດ ແຂວງ ຕ່ຽນຢາງ ປະກອບຄຳເຫັນວ່າ.
“ຮ່າງກົດໝາຍຕ້ອງມີບັນດາຂໍ້ກຳນົດກ່ຽວກັບສິດ ແລະ ພັນທະຂອງວິສາຫະກິດ, ສ່ວນບຸກຄົນທີ່ສະໜອງຂໍ້ມູນສາທາລະນະຂ້າມຊາຍແດນ. ເລື່ອງຄຸ້ມຄອງຢ່າງເຂັ້ມງວດ, ເປັນເອກະພາບໃນຂົງເຂດກົດລັບແມ່ນມີຄວາມຈຳເປັນ, ເພື່ອແນໃສ່ສະກັດກັ້ນບັນດາການເຄື່ອນໄຫວສວຍໃຊ້ກົດລັບກໍ່ໃຫ້ເກີດຄວາມເສຍຫາຍເຖິງຄວາມສະຫງົບແຫ່ງຊາດ. ເລື່ອງກຳນົດການຄຸ້ມຄອງ, ອະນຸຍາດໃຫ້ດຳເນີນທຸລະກິດກົດລັບພົນລະເຮືອນ, ການກວດກາຕີລາຄາຄຸນນະພາບກົດລັບພົນລະເຮືອນແມ່ນສາມາດມອບໃຫ້ພຽງອົງການກົດລັບແຫ່ງຊາດຄືໃນປະຈຸບັນແມ່ນ ຄະນະກົດລັບລັດຖະບານປະຕິບັດແມ່ນເໝາະສົມ”.
ແລະກໍ່ໃນຕອນເຊົ້າວັນທີ 24/06, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາກົດໝາຍວ່າດ້ວຍກວດສອບບັນຊີແຫ່ງລັດ (ສະບັບປັບປຸງ).