ຄວາມຄາດຫວັງຕໍ່ຜົນງານໃໝ່ຫຼາຍຢ່າງໃນການພົວພັນ ລັດເຊຍ - ຫວຽດນາມ

(VOVWORLD) -ທ່ານນາຍົກລັດຖະມົນຕີແຫ່ງສະຫະພັນລັດເຊຍ Dmitry Medvedev ກຳລັງຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 18-19 ພະຈິກ, ຕາມຄຳເຊື້ອເຊີນຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ.

ຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈຳລັດເຊຍ, ທ່ານ Vladimir Buianov, ປະທານສະມາຄົມມິດຕະພາບລັດເຊຍ - ຫວຽດນາມ, ໄດ້ຕີລາຄາສູງການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Dmitry Medvedev ໃນຄັ້ງນີ້, ຖືວ່ານີ້ແມ່ນເຫດການໃຫຍ່ໃນຊີວິດການເມືອງຂອງສອງປະເທດ. ການຢ້ຽມຢາມຈະສ້າງກຳລັງແຮງຊຸກຍູ້ອັນສຳຄັນ, ເພື່ອຍູ້ໄວການປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມສະຫະພັນລັດເຊຍ ກ່ອນໜ້ານີ້ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ພ້ອມນັ້ນກໍ່ໄດ້ປຶກສາຫາລືກ່ຽວກັບຫຼາຍທິດທາງການຮ່ວມມືໃໝ່ໆ.

ທ່ານ Ighor Britov, ວິທະຍາກອນ ສະຖາບັນບັນດິດສາກົນ ມົດສະກູ ຖືວ່າ ຫວຽດນາມຖືລັດເຊຍ ເປັນຄູ່ຮ່ວມມືສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຕົນ ແລະ ກົງກັນຂ້າມ ລັດເຊຍກໍ່ໄດ້ຈັດ ຫວຽດນາມ ເຂົ້າໃນຕຳແໜ່ງທີ່ສຳຄັນແຖວໜ້າ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທີ 4 ນັບແຕ່ປີ 2010 ຂອງທ່ານນາຍົກລັດຖະມົນຕີ Dmitry Medvedev ເຊິ່ງຈະເປີດໄລຍະໃໝ່ແຫ່ງການພົວພັນຮ່ວມມືລະຫວ່າງ ສະຫະພັນລັດເຊຍ ແລະ ຫວຽດນາມ. ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ  Dmitry Medvedev  ສະແດງໃຫ້ເຫັນເຖິງເຈດຈຳນົງຂອງການນຳຂັ້ນສູງທັງສອງປະເທດ ໃນການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລັດເຊຍ - ຫວຽດນາມ ເລິກເຊິ່ງກວ່າອີກ. ທ່ານ Ighor Britov ເຊື່ອໝັ້ນວ່າ ການພົວພັນຮ່ວມມື ລະຫວ່າງ ລັດເຊຍ ແລະ ຫວຽດນາມ ພວມເປັດໄລຍະໃໝ່ທີ່ດີໃຫ້ແກ່ທັງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ