ຄວາມເຄັ່ງຕຶງສືບຕໍ່ເກີດຂຶ້ນຢູ່ໄທ
ຜູ້ແຫ່ຂະບວນປະທ້ວງຢູ່ສຳນັກງານກະຊວງພະລັງງານເມື່ອວັນທີ 27/11
(ພາບ:The Bangkok Post)
(vovworld) – ວັນທີ 29/11, ຜູ້ນຳກຸ່ມແຫ່ຂະບວນປະທ້ວງ ສຸເທບ ເທືອກສຸບັນ ໄດ້ຮຽກຮ້ອງໃຫ້ບັນດາຜູ້ແຫ່ຂະບວນປະທ້ວງຄວບຄຸມບັນດາຕຶກອາຄານສຳນັກງານລັດຖະບານຄື: ສຳນັກງານນາຍົກລັດຖະມົນຕີ, ອົງການຕຳຫຼວດແຫ່ງຊາດ ແລະ ສຳນັກງານບາງກະຊວງ, ຂະແໜງການໃນ 2 ວັນທ້າຍອາທິດເພື່ອແນໃສ່ເພີ່ມຄວາມກົດດັນຕໍ່ລັດຖະບານຂອງນາຍົກລັດຖະມົນຕີ. ຄາດວ່າຈະມີປະຊາຊົນນັບພັນຄົນເຂົ້າຮ່ວມການແຫ່ຂະບວນປະທ້ວງຕື່ມອີກໃນວັນທີ 30/11 ແລະ 1/12. ຄວາມສະຫງົບໄດ້ຮັບການຮັດແໜ້ນຢູ່ນະຄອນຫຼວງ ບັງກອກ ພາຍຫຼັງການກະທຳນີ້.
ວັນທີ 29/11, ບັນດາຜູ້ແຫ່ຂະບວນປະທ້ວງໄດ້ບຸກເຂົ້າສຳນັກງານກອງທັບລາຊະອານາຈັກ ໄທ ຢູ່ນະຄອນຫຼວງ ບັງກອກ ແລະ ຮຽກຮ້ອງກອງທັບສະໜັບສະໜູນເຂົາເຈົ້າ. ໃນຂະນະນັ້ນ, ຜູ້ບັນຊາການທະຫານບົກ ໄທ ຮຽກຮ້ອງໃຫ້ທຸກໆຝ່າຍກ່ຽວຂ້ອງຊອກຫາມາດຕະການສັນຕິພາບໃຫ້ແກ່ວິກິດການຄືປະຈຸບັນຢ່າງວ່ອງໄວ.
ກໍ່ໃນວັນດຽວກັນ, ທ່ານນາງນາຍົກລັດຖະມົນຕີ ໄທ ຍິງຣັກ ຊິນນະວັດ ຖະແຫຼງວ່າ: ໄທ ຈະບໍ່ດຳເນີນການເລືອກຕັ້ງກ່ອນກຳນົດເວລາເພື່ອຢຸດຕິກະແສຟອງແຫ່ຂະບວນປະທ້ວງຕ້ານລັດຖະບານທີ່ແກ່ຍາວເປັນເວລາ 6 ວັນ. ທ່ານນາງ ຍິງຣັກ ຢັ້ງຢືນວ່າ: ລັດຖະບານຈະບໍ່ທໍ້ຖອຍໃຈ ແລະ ສືບຕໍ່ແຜນນະໄຍບາຍເຈລະຈາເພື່ອບັນລຸຂໍ້ຕົກລົງ.