(vovworld) – ຕອນເຊົ້າວັນທີ 21/08, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໃຫ້ຂ່າວວ່າ, ການນຳສປປ.ເກົາຫຼີ Kim Jong Un ໄດ້ອອກຄຳສັ່ງໃຫ້ບັນດາກຳລັງປະສົມ ຢູ່ແນວໜ້າກ້າວເຂົ້າສະພາວະສົງຄາມ. ທ່ານ Kim Jong Un ໄດ້ຍົກອອກຄຳສັ່ງດັ່ງກ່າວໃນກອງປະຊຸມດ່ວນເປີດກວ້າງຂອງຄະນະພັກການທະຫານສູນການພັກແຮງງານສປປ.ເກົາຫຼີ ເພື່ອປຶກສາຫາລືບັນດາມາດຕະການດ້ານການເມືອງ ແລະ ການທະຫານ ເພື່ອໂຕ້ຕອບບັນດາການກະທຳເກາະຜິດຂອງຝ່າຍກົງກັນຂ້າມ. ຕາມ KCNA ແລ້ວ, ບັນດານາຍທະຫານບັນຊາບັ້ນຮົບການທະຫານຕ່າງໆຢູ່ເຂດຊາຍແດນ ໄດ້ສົ່ງໄປຍັງແນວໜ້າເພື່ອຮັບມືກັບຝ່າຍກົນກັນຂ້າມ ໃນກໍລະນີບັນດາການເຄື່ອນໄຫວໂຄສະນາຜ່ານໂທລະໂຄ່ງຕ້ານສປປ.ເກົາຫຼີ ບໍ່ຖືກຢຸດຕິໃນຮອບເວລາ 48 ຊົ່ວໂມງ.