ຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດອັງກິດໄດ້ຫຼຸດລົງຢູ່ໃນລະດັບຕ່ຳສຸດໃນຮອບເວລາ 6 ປີຜ່ານມາ

(VOVWORLD) -ບົດລາຍງານຂອງບໍລິສັດໃຫ້ຄຳປຶກສາດ້ານເສດຖະກິດ IHS Markit ຫາກໍ່ປະກາດ ໂດຍໃຫ້ຮູ້ວ່າ
ຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດອັງກິດໄດ້ຫຼຸດລົງຢູ່ໃນລະດັບຕ່ຳສຸດໃນຮອບເວລາ 6 ປີຜ່ານມາ - ảnh 1 (ພາບປະກອບ: AFP/TTXVN)

ບັນດາຄວາມວິຕົກກັງວົນທີ່ກ່ຽວຂ້ອງເຖິງເລື່ອງອັງກິດ ຖອນອອກຈາກສະຫະພາບເອີລົບ (ອີຢູ) (Brexit), ຄວາມຂາດສະຖຽນລະພາບດ້ານການເມືອງຢູ່ພາຍໃນປະເທດ ພ້ອມກັບແຮງຊື້ຂອງຜູ້ອຸປະໂພກບໍລິໂພກຖືກຈຳກັດ ໄດ້ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຂອງບັນດາວິສາຫະກິດອັງກິດ ຖືກຫຼຸດລົງຢູ່ໃນລະດັບຕ່ຳສຸດໃນໄລຍະ 6 ປີຜ່ານມາ. ບົດລາຍງານຂອງ IHS Markit ແລະ ບໍລິສັດຄາດຄະເນດ້ານເສດຖະກິດ EY Item Club ລ້ວນແຕ່ຖືວ່າ, ອັງກິດ ຕ້ອງກະກຽມໃຫ້ເລື່ອງເສດຖະກິດສືບຕໍ່ຕົກຕ່ຳໃນປີນີ້. ຕາມ IHS Markit ແລ້ວ, ຈຳນວນບໍລິສັດຄາດຄະເນການເຄື່ອນໄຫວດຳເນີນທຸລະກິດຈະກ້າວຂຶ້ນໃນ 12 ເດືອນຈະມາເຖິງ, ຢູ່ໃນລະດັບ 35% ໃນຮອບເວລາ 6 ເດືອນຜ່ານມາ, ຫຼຸດລົງຫຼາຍພໍສົມຄວນເມື່ອທຽບໃສ່ລະດັບ 52% ທີ່ບັນລຸໄດ້ເມື່ອເດືອນ ກຸມພາ ແລະ ແມ່ນລະດັບຕ່ຳສຸດນັບແຕ່ເດືອນ ຕຸລາ ປີ 2011 ເປັນຕົ້ນມາ.

ຕອບກັບ

ຂ່າວ/ບົດ​ອື່ນ