ກອງປະຊຸມສຳມະນາວິທະຍາສາດ ດ້ວຍຫົວຂໍ້ “ 70 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາດ້ວຍພາລະກິດປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາ ” |
(vovworld)- ຕອນເຊົ້າວັນທີ 24/8, ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ສົມທົບກັບຄະນະໂຄສະນາສຶກສາສູນກາງ ແລະ ຄະນະພັກນະຄອນຮ່າໂນ້ຍຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ ດ້ວຍຫົວຂໍ້ “ 70 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາດ້ວຍພາລະກິດປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາ ”. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານດິງເທ້ຮິງ ຫົວໜ້າ ຄະນະໂຄສະນາສຶກສາສູນກາງ ເນັ້ນໜັກວ່າ :
“ ສະພາບການໂລກໃນປະຈຸບັນ ພວມມີບັນດາການຫັນປ່ຽນຢ່າງເລິກເຊິ່ງ, ຍາກທີ່ຈະຄາດໄວ້ລວງໜ້າ. ປະເທດຊາດພວມຢືນຢູ່ຕໍ່ໜ້າກາລະໂອກາດທີ່ສະດວກ, ແຕ່ກໍປະສົບກັບສິ່ງທ້າທາຍ, ຊຶ່ງຮຽກຮ້ອງໃຫ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ຈົ່ງເສີມຂະຫຍາຍນ້ຳໃຈຮັກຊາດ, ກຳລັງແຮງມະຫາສາມັກຄີທັງຊາດ, ບັນດາຄຸນຄ່າປະຫວັດສາດ ແລະ ນ້ຳໃຈອະມະຕະຂອງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ, ຕັດສິນໃຈຜ່າຜ່າຄວາມຫຍຸ້ງຍາກເພື່ອນຳປະເທດຊາດພັດທະນາແບບຍືນຍົງ”