ຄູ່ຮ່ວມມືສ້າງປະຊາຄົມອາຊຽນ”

ຄູ່ຮ່ວມມືສ້າງປະຊາຄົມອາຊຽນ” - ảnh 1
(ພາບປະກອບ)

(vovworld) – ​ເວທີ​ປາ​ໄສ​ເຊື່ອມ​ຕໍ່​ອາ​ຊຽນຄັ້ງ​ທີ 3 ມີ​ຫົວ​ຂໍ້​ວ່າ ​“ອາ​ຊຽນ-ສ.​ເກົາຫຼີ: ຄູ່​ຮ່ວມ​ມື​ສ້າງ​ປະຊາ​ຄົມ​ອາ​ຊຽນ” ​ໂດຍ​ຄະນະ​ເລຂາ​ອາ​ຊຽນ ສົມທົບ​ກັບ​ສະຫະພັນອຸດສາຫະກຳ​ສ.​ເກົາຫຼີ ຈັດ​ຕັ້ງ, ​​ດຳ​ເນີນ​ໄປ​ໃນ​ວັນ​ທີ 22/10, ຢູ່​ສ.​ເກົາຫຼີ. ຜ່ານ​ເວທີ​ປາ​​ໄສ​ຄັ້ງ​ນີ້, ບັນດາ​ຜູ້​ແທນ​ທີ່​ມາ​ຈາກ 10 ປະ​ເທດສະ​ມາ​ຊິກ​ອາ​ຊຽນ ​ໄດ້​ແນະນຳ​ບັນດາ​​ໂຄງການ​ພື້ນຖານ​ໂຄງ​ລ່າງ ​ແລະ ກຳນົດ​ທິດ​ນະ​ໂຍບາຍ​ໃນ​ຂົງ​ເຂດ​ຕ່າງໆ​ຄື: ຄົນ​ມະ​ນາ​ຄົມ, ພະລັງງານ, ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ​ ​ແລະ ​ໂຄສະ​ນາໃຫ້​ບັນດາ​ວິ​ສາ​ຫະກິດສ.​ເກົາຫຼີ. ທ່ານ​ເລຂາທິການ​ໃຫຍ່ອາ​ຊຽນ ​ເລ​ເລືອ​ງມິ​ງ ​​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ນີ້. ທີ່​​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ໄດ້​ສະໜອງ​ຂໍ້​ມູນ​​ຫຼ້າສຸດ​ກ່ຽວ​ກັບ​ສະພາບ​ຕົວ​ຈິງ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ບັນດາ​ໂຄງການ​​ເຊິ່ງ​ພວມ​ໄດ້​ຮັບ​ການ​ປະຕິບັດ ຕາມ​ແຜນການ​ສັງ​ລວມກ່ຽວ​ກັບ​ການ​ເຊື່ອມ​ຕໍ່ອາ​ຊຽນ.

ຂ່າວ/ບົດ​ອື່ນ