ຄະນະກຳມະການສາມັກຄີສາສະໜາກາໂຕນິກເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງສາສະໜາ ແລະ ຊີວິດການເປັນຢູ່

(VOVWORLD) -ຕອນບ່າຍວັນທີ 13 ຕຸລາ, ທີ່ການຕ້ອນຮັບຄະນະກຳມະການສາມັກຄີສາສະໜາກາໂຕນິກຫວຽດນາມ ໂດຍຄຸນພໍ່ ເຈີ່ນຊວນແມ້ງ, ປະທານຄະນະກຳມະການສາມັກຄີສາສະໜາກາໂຕນິກຫວຽດນາມ ນຳໜ້າ, ທ່ານ ເຈີ່ນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ປາດຖະໜາວ່າ

ຄະນະກຳມະການສາມັກຄີສາສະໜາກາໂຕນິກຫວຽດນາມ ຍາມໃດກໍ່ແມ່ນຂົວເຊື່ອມຕໍ່ລະຫວ່າງສາສະໜາ ແລະ ຊີວິດການເປັນຢູ່, ປະກອບສ່ວນກັບພຸດທະສາສະໜາມີຄວາມຕິດພັນ, ຮ່ວມເດີນທາງພ້ອມກັບປະເທດຊາດ, ຕັ້ງໜ້າສະໜັບສະໜູນບັນດາຂະບວນການແຂ່ງຂັນຮັກຊາດ, ບັນດາບັ້ນຂົນຂວາຍໂດຍແນວໂຮມປະເທດຊາດຫວຽດນາມ ປຸກລະດົມ.

        ແລະກໍ່ໃນວັນດຽວກັນ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ກໍ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຄະນະກຳມະການສາມັກຄີສາສະໜາກາໂຕນິກເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ