ຄະນະຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດຜັນຂະຫຍາຍແຜນການສົມທົບກັນຕ້ອນຮັບພົນລະເມືອງ

ຄະນະຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດຜັນຂະຫຍາຍແຜນການສົມທົບກັນຕ້ອນຮັບພົນລະເມືອງ - ảnh 1
ການປະຊຸມລະຫວ່າງບັນດາອົງການທີ່ກ່ຽວຂ້ອງ
ສົມທົບກັນຕ້ອນຮັບພົນລະເມືອງ


(vovworld) – ຕອນ​ເຊົ້າ​ວັນ​ທີ 18/5, ຢູ່ ຮ່າ​ໂນ້ຍ, ຄະ​ນະ​ຄົ້ນ​ຄ້ວາຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ,  ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ແຜນການ​ສົມທົບ​ກັນ​ຕ້ອນຮັບ​ພົນລະ​​ເມືອ​ງຮັບ​ໃຊ້ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 9, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ກອງ​ປະ​ຊຸມ​​​ໄດ້ກຳນົດ​ການຮັບປະກັນພົນລະ​ເມືອງ​ທັງ​ໝົດ​ທີ່​ມາ​ຮ້ອງທຸກ, ຮ້ອງ​ຟ້ອງ, ສະ​ເໜີ​ແນະ​ຕໍ່​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ລ້ວນ​ແຕ່​ໄດ້​ຮັບ​ການ​ຕ້ອນຮັບ, ​ແນະນຳ​ຢ່າງ​ລອບ​ຄອບ​ຖີ່ຖ້ວນ ​ແລະ ຖືກຕ້ອງຕາ​ມ​ກົດໝາຍ. ຄະນະ​ຄົ້ນ​ຄ້ວາ​ຄຳ​ຮ້ອງຂໍ​ຄວາມ​ເປັນ​ທຳ ​ໄດ້​ຈັດ​ຕັ້ງ ​ແລະ ​​ເຮັດ​ໜ້າ​ທີ່​ສົມທົບ​ກັບ​ບັນດາ​ອົງການ​ທີ່​ມີໜ້າ​ທີ່​ຮັບຜິດຊອບ​ໃນ​ການ​ຕ້ອນຮັບ​ພົນລະ​ເມືອງ​ທີ່​ມາຮ້ອງທຸກ, ຮ້ອງ​ຟ້ອງ, ສະ​ເໜີ​ແນະ​, ສ່ອງ​ແສງ​​ເຖິງສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ອົງການ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຢູ່​ສະຖານ​ທີ່​ຕ້ອນຮັບ​ພົນລະ​ເມືອງ​ຂອງ​ສະພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ