ຄະນະນັກຮົບເກົ່າຢູແກຼນຢ້ຽມຢາມຫວຽດນາມ

ຄະນະນັກຮົບເກົ່າຢູແກຼນຢ້ຽມຢາມຫວຽດນາມ - ảnh 1
ທ່ານ​​ ເຈືອງ​ກວາງ​ແຄ໋ງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ
ຫວຽດນາມຕ້ອນຮັບ​ຄະນະ​ນັກ​ຮົບ​ເກົ່າ ປະ​ເທດ ຢູ​ແກຼນ
(ພາບ: qdnn.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 17/8 ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ​ຄະນະ​ນັກ​ຮົບ​ເກົ່າ ປະ​ເທດ ຢູ​ແກຼນ ພວມ​ຢູ່​ຢ້ຽມຢາມ ຫວຽດນາມ. ທ່ານ​​ ເຈືອງ​ກວາງ​ແຄ໋ງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ​ຈົດ​ຈຳ, ຮູ້​ບຸນ​ຄຸນບັນດາ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ຂອງ​ບັນດາ​ນັກຮົບ​ເກົ່າສະຫະພາບ ​ໂຊ​ວຽດ, ​ໃນ​ນັ້ນ​ມີ​ບັນດາ​ນັກຮົບ​ເກົ່າ ຢູ​ແກຼນ, ​ໃນ​ບັນດາ​ການ​ຕໍ່ສູ້​ກູ້​ຊາດ​ຂອງ​ປະ​ເທດ​ຊາດ. ຫວຽດນາມ ຍາມ​ໃດ​ກໍ​ມີ​​ແຜນນະ​ໂຍບາຍ​ເຊື້ອ​ເຊີນ​ນັກຮົບ​ເກົ່າ​ຂອງ​ບັນດາ​ປະ​ເທດ​ທີ່​ເຄີຍ​ຊ່ວຍ​ເຫຼືອ ຫວຽດນາມ​ ໃນການ​ຕໍ່ສູ້, ​ມາຢ້ຽມຢາມ​ດ້ວຍ​ຈຸດປະສົງ​​ເພື່ອສະ​ແດງການຕອບ​ບຸນ​ແທນຄຸນ ພ້ອມ​ທັງ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ.

ຂ່າວ/ບົດ​ອື່ນ