(VOVWORLD) -ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະບໍ່ດໍາເນີນວາລະຊັກຖາມ ແລະຕອບຄໍາຊັກຖາມຢູ່ຫໍປະຊຸມ.
(ພາບປະກອບ: quochoi.vn) |
ໂດຍສືບຕໍ່ລາຍການຂອງວາລະປະຊຸມເທື່ອທີ 44, ເຊິ່ງໄດ້ດໍາເນີນໃນຕອນບ່າຍວັນທີ 24 ເມສາ, ຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄໍາເຫັນກ່ຽວກັບແຜນການຄາດຄະເນຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14. ຄາດຄະເນເວລາຈັດກອງປະຊຸມທັງໝົດແມ່ນ 17 ວັນ ເຄິ່ງ ແລະຈະໄຂຂຶ້ນໃນວັນທີ 20 ພຶດສະພາ 2020. ທີ່ວາລະປະຊຸມທີ່ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 22 ເມສາ, ຄະນະປະຈໍາສະພາແຫ່ງຊາດກໍໄດ້ຕົກລົງບໍ່ຈັດຕັ້ງວາລະຊັກຖາມຢູ່ຫໍປະຊຸມ ໃນກອງປະຊຸມສະໄໝສາມັນເທື່ອທີ 9.
ທ່ານເລຂານຸການໃຫຍ່ສະພາແຫ່ງຊາດຫງວຽນແຮ້ງຟຸກ ໃຫ້ຮູ້ວ່າກອງປະຊຸມສະໄໝສາມັນເທື່ອທີ 9 ຈະດໍາເນີນຕາມ 2 ຮູບແບບນັ້ນແມ່ນປະຊຸມທາງອອນລາຍ ແລະ ເຕົ້າໂຮມປະຊຸມ.
ຕາມນັ້ນແລ້ວ, ສະພາແຫ່ງຊາດຈະຮັບຟັງບົດລາຍງານຕ່າງໆ; ປຶກສາຫາລືກ່ຽວກັບບັນດາຮ່າງກົດໝາຍ, ຮ່າງມະຕິຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາ ແລະຕິດຕາມກວດກາຫົວຂໍ້ສະເພາະ; ພິຈາລະນາບັນດາບົດລາຍງານ ແລະຕົກລົງບາງບັນຫາກ່ຽວກັບດ້ານເສດຖະກິດ - ສັງຄົມ; ງົບປະມານແຫ່ງລັດ; ພິຈາລະນາ, ຕັດສິນໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມ ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ...
ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະບໍ່ດໍາເນີນວາລະຊັກຖາມ ແລະຕອບຄໍາຊັກຖາມຢູ່ຫໍປະຊຸມ.