ຄະນະປະຈຳສະພາແຫ່ງຊາດຊຸດທີ 14 ຈະຈັດກອງປະຊຸມຄັ້ງທີ 3 ໃນລະຫວ່າງວັນທີ 12 – 22/09
(ພາບປະກອບ: TTXVN)
(vovworld) - ຄາດວ່າ, ກອງປະຊຸມຄັ້ງທີ 3 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 14 ຈະໄຂຂຶ້ນໃນຕອນເຊົ້າວັນທີ 12/09. ນີ້ແມ່ນກອງປະຊຸມສຳຄັນເພື່ອກະກຽມໃຫ້ບັນດາເນື້ອໃນໃຫ້ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຈະຖືກໄຂຂຶ້ນໃນເດືອນ 10/2016. ກອງປະຊຸມຖືກດຳເນີນຮອດວັນທີ 22/09, ຄະນະປະຈຳສະພາແຫ່ງຊາດຈະສະຫງວນເວລາສ່ວນຫຼາຍໃຫ້ວຽກງານສ້າງກົດໝາຍ. ຄະນະປະຈຳສະພາແຫ່ງຊາດຈະໃຫ້ຄຳເຫັນໃສ່ບັນດາຮ່າງກົດໝາຍຄື: ກົດໝາຍວ່າດ້ວຍຊົນລະປະທານ; ກົດໝາຍວ່າດ້ວຍທາງລົດໄຟ (ສະບັບປັບປຸງ); ປັບປຸງ, ເພີ່ມເຕີ່ມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍຖ່າຍທອດເຕັກໂນໂລຊີ… ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະໃຫ້ຄຳເຫັນໃສ່ບົດລາຍງານວຽກງານປີ 2016 ຂອງປະທານສານປະຊາຊົນສູງສຸດ, ຫົວໜ້າໄອຍະການປະຊາຊົນສູງສຸດ, ບັນດາບົດລາຍງານຂອງລັດຖະບານກ່ຽວກັບວຽກງານປ້ອງກັນ, ຕ້ານອາດຊະຍາກຳ ແລະ ລະເມີດກົດໝາຍ…