ທ່ານ ຟານແທງບີ່ງ, ຫົວໜ້າກຳມະທິການວັດທະນະທຳ, ສືກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດ ກ່າວຄຳເຫັນທີ່ການເຮັດວຽກ
|
(vovworld) – ໂດຍສືບຕໍ່ໂຄງການເຮັດວຽກຂອງວາລະປະຊຸມຄັ້ງທີ 9, ຕອນເຊົ້າວັນທີ 22/4, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບການຮັບເອົາ, ປັບປຸງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ອາວຸດ, ວັດຖຸລະເບີດ ແລະ ອຸປະກອນໜູນຊ່ວຍ. ຜ່ານການປຶກສາຫາລື, ຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີໂດຍພື້ນຖານຫຼາຍເນື້ອໃນທີ່ໄດ້ຮັບການເພີ່ມເຕີມ, ປັບປຸງຂອງຮ່າງກົດໝາຍສະບັບນີ້ພາຍຫຼັງຮັບເອົາຄຳເຫັນທີ່ກອງປະຊຸມຄັ້ງກ່ອນ. ສະເພາະ, ຂໍ້ກຳນົດໃນມາດຕາ 15 ກ່ຽວກັບການຄົ້ນຄ້ວາ, ປະດິດສ້າງ, ຜະລິດ, ດຳເນີນທຸລະກິດ, ສ້ອມແປງ, ສົ່ງອອກ, ນຳເຂົ້າອາວຸດຍັງມີຄວາມເຫັນແຕກຕ່າງກັນ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນກ່ຽວກັບໂຄງການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດປີ 2018.