ພາບປະກອບ: internet
|
(vovworld) - ຕອນເຊົ້າວັນທີ 14/9, ຄະນະປະຈຳສະພາແຫ່ງຊາດໄດ້ປຶກສາຫາລືໃຫ້ຄຳເຫັນໃສ່ແຜນຮ່າງຂັ້ນຕອນ, ລະບຽບການ, ວິທີການປະຕິບັດການປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແຫນ່ງ ໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງຫລືໃຫ້ສັດຕະຍາບັນ. ທີ່ວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດເຫັນດີຕໍ່ຄວາມຈຳເປັນຕ້ອງສ້າງແຜນຮ່າງດັ່ງກ່າວໃນຈຸດເວລາປະຈຸບັນ ເພື່ອຜັນຂະຫຍາຍການປະຕິບັດມະຕິສູນກາງພັກຄັ້ງທີ 4 ກ່ຽວກັບບາງບັນຫາຮີບດ່ວນໃນການກໍ່ສ້າງພັກປະຈຸບັນ. ກ່ຽວກັບຂອບເຂດຜູ້ຖືກປ່ອນບັດໄວ້ວາງໃຈ, ປະຈຸບັນຍັງມີຄຳເຫັນແຕກຕ່າງກັນ. ຄຳເຫັນສ່ວນຫລາຍໃນຄະນະປະຈຳສະພາແຫ່ງຊາດແມ່ນສະເຫນີຂອບເຂດຜູ້ຖືກປ່ອນບັດໄວ້ວາງໃຈ, ຢູ່ສູນກາງແມ່ນຂັ້ນລັດຖະມົນຕີຂຶ້ນໄປ, ຢູ່ທ້ອງຖິ່ນລວມມີ: ຜູ້ປະຈຳສະພາປະຊາຊົນ, ບັນດາສະມາຊິກຂອງສະພາປະຊາຊົນ ແລະ ຄະນະກຳມະການປະຊາຊົນ. ທ່ານ Dao Trong Thi ປະທານກຳມາທິການວັດທະນະທຳ, ການສຶກສາ, ຊາວຫນຸ່ມ ແລະ ເຍົາວະຊົນຂອງສະພາແຫ່ງຊາດສະເຫນີວ່າ: ຂອບເຂດຜູ້ຖືກປ່ອນບັດໄວ້ວາງໃຈລວມມີຜູ້ດຳລົງຕຳແຫນ່ງທັງໝົດ ໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫລືໃຫ້ສັດຕະຍາບັນ. ທ່ານ Dao Trong Thi ຍົກຄຳເຫັນວ່າ:
“ນີ້ແມ່ນການປ່ອນບັດໄວ້ວາງໃຈຕິດພັນກັບການຕີລາຄາພະນັກງານປະຈຳປີ. ສະນັ້ນ ຂ້າພະເຈົ້າສະເຫນີ ຄວນປະຕິບັດສຳລັບທຸກຄົນ, ພຽງຕ່າງກັນຢູ່ບ່ອນວ່າ ອາດຈະແບ່ງຂັ້ນ. ”