ວາລະປະຊຸມຄັ້ງທີ 34, ຄະນະປະຈຳສະພາແຫ່ງຊາດ ຊຸດທີ 13
(ພາບ: baomoi.com)
|
(vovworld) – ໂດຍສືບຕໍ່ລາຍການເຮັດວຽກຂອງວາລະປະຊຸມຄັ້ງທີ 34, ຕອນເຊົ້າວັນທີ 20/1, ຄະນະປະຈຳສະພາແຫ່ງຊາດ ຊຸດທີ 13 ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນ.
ບົນພື້ນຖານການຄົ້ນຄ້ວາ ແລະ ຮັບເອົາຄຳເຫັນຂອງສະມາຊິກສະພາແຫ່ງຊາດແລ້ວ, ທາບທາມບົດຮຽນຂອງບາງປະເທດໃນໂລກ, ຄະນະປະຈຳກຳມາທິການກົດໝາຍ ແລະ ອົງການເປັນເຈົ້າການຮຽບຮຽງສະເໜີ 2 ວິທີການກ່ຽວກັບຮູບແບບອຳນາດການປົກຄອງທ້ອງຖິ່ນ. ບາງຄຳເຫັນເຫັນດີຕໍ່ວິທີທີ 1, ຕາມນັ້ນແລ້ວ, ຢູ່ເຂດຊົນນະບົດ, ຈະຈັດຕັ້ງສະພາປະຊາຊົນ ແລະ ຄະນະກຳມະການປະຊາຊົນ ຢູ່ 3 ຂັ້ນແມ່ນແຂວງ, ເມືອງ, ຕາແສງ. ຢູ່ບັນດາຕົວເມືອງ, ພຽງຈັດຕັ້ງສະພາປະຊາຊົນ ແລະ ຄະນະກຳມະການປະຊາຊົນຢູ່ບັນດານະຄອນຂຶ້ນກັບສູນກາງ, ເທດສະບານເມືອງ, ນະຄອນຂຶ້ນກັບແຂວງ ແລະ ຫົວໜ່ວຍບໍລິຫານທີ່ທຽບເທົ່າເທົ່ານັ້ນ. ສ່ວນບັນດາຕາແສງເຂດຕົວເມືອງພຽງແຕ່ຈັດຕັ້ງອົງການບໍລິຫານເທົ່ານັ້ນ. ທ່ານປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ ກະຊໍ ເຟືອກ ເຫັນດີເຫັນພ້ອມສູງຕໍ່ວິທີການນີ້ຍ້ອນຖືວ່າ: ຢູ່ເຂດຕົວເມືອງ, ການຈັດຕັ້ງອຳນາດການປົກຄອງ 2 ຂັ້ນຈະຮັບປະກັນລັກສະນະເອກະພາບ, ເຊື່ອມຕໍ່ກ່ຽວກັບການຄຸ້ມຄອງແຜນກຳນົດ, ໂຄງປະກອບໂຄງລ່າງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ເຮັດໃຫ້ກົງຈັກລັດກະທັດລັດ. ເຖິງຢ່າງໃດກໍ່ຕາມ, ດ້ວຍທັດສະນະຢູ່ບ່ອນໃດມີຄະນະກຳມະການປະຊາຊົນ, ຢູ່ບ່ອນໃດມີອຳນາດການປົກຄອງ ຢູ່ບ່ອນນັ້ນຕ້ອງມີສະພາປະຊາຊົນເພື່ອຕິດຕາມກວດກາການເຄື່ອນໄຫວ, ຫົວໜ້າກຳມາທິການການເງິນ - ງົບປະມານຂອງສະພາແຫ່ງຊາດ, ທ່ານ ຟູ່ງກວກຫຽນ ແລະ ສະມາຊິກສະພາແຫ່ງຊາດບາງທ່ານ ເຫັນດີຕໍ່ວິທີທີ 2 ແມ່ນສືບຕໍ່ກຳນົດອຳນາດການປົກຄອງທ້ອງຖິ່ນຢູ່ທຸກໆຫົວໜ່ວຍບໍລິຫານ, ທັງເຂດຊົນນະບົດ ແລະ ເຂດຕົວເມືອງ.