ຄະນະປະຈຳສະພາແຫ່ງຊາດສືບຕໍ່ເຮັດວຽກ
ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄວາມເຫັນຕໍ່ໃບສະເໜີຂອງລັດຖະບານ
(ພາບ: google.com.vn)
(vovworld) - ຕອນບ່າຍວັນທີ 9/10, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄວາມເຫັນຕໍ່ໃບສະເໜີຂອງລັດຖະບານກ່ຽວກັບເລື່ອງປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຢັດປີ 2012 ແລະ ອາຍຸການສະພາແຫ່ງຊາດຊຸດທີ 13. ສະພາແຫ່ງຊາດຕົກລົງນຳຮ່າງກົດໝາຍວ່າດ້ວຍການລົງທຶນ, ການຊື້ເຄື່ອງຂອງຂອງລັດເຂົ້າໃນໂຄງການສ້າງກົດໝາຍ, ລັດຖະບັນຢັດປີນີ້ ແລະ ປີ 2013; ຄາດວ່າຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃຫ້ຄວາມເຫັນທີ່ກອງປະຊຸມສະໄໝທີ 4 ແລະ ຮັບຮອງເອົາທີ່ກອງປະຊຸມສະໄໝທີ 5. ລັດຖະບານກໍ່ສະເໜີເພີ່ມເຕີມຮ່າງລັດຖະບັນຢັດສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງລັດຖະບັນຢັດວ່າດ້ວຍການຄຸ້ມຄອງ, ນຳໃຊ້ອາວຸດ, ວັດຖຸລະເບີດ ແລະ ເຄື່ອງມືໜູນຊ່ວຍເຂົ້າໃນໂຄງການຂອງປີນີ້ ເພື່ອຍື່ສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາຕາມຂັ້ນຕອນ, ລະບຽບການ.
ຄະນະປະຈຳສະພາແຫ່ງຊາດໄດ້ເຫັນດີໂດຍພື້ນຖານຕໍ່ບັນດາຂໍ້ສະເໜີຂອງລັດຖະບານ, ພ້ອມທັງຕົກລົງຖອນຮ່າງກົດໝາຍວ່າດ້ວຍວຽກເຮັດງານທຳ, ແລະ ຮ່າງກົດໝາຍວ່າດ້ວຍສຳມະໂນຄົວອອກຈາກໂຄງການສ້າງກົດໝາຍ, ລັດຖະບັນຢັດປີນີ້. ສຳຫຼັບຂໍ້ສະເໜີຂອງລັດຖະບານກ່ຽວກັບການເພີ່ມເຕີມຮ່າງລັດຖະບັນຢັດວ່າດ້ວຍເຫຼື້ອມໃສ, ສາສະໜາ (ສະບັບປັບປຸງ) ເຂົ້າໂຄງການທາງການຂອງສະພາແຫ່ງຊາດຊຸດທີ 13 ເພື່ອຍື່ນສະເໜີຄະນະປະຈຳສະພາແຫ່ງຊາດພິຈາລະນາ ຮັບຮອງເອົາໃນປີ 2014, ຄະນະປະຈຳສະພາແຫ່ງຊາດຖືວ່າ, ອົງການຍື່ນແຜນຮ່າງຄວນສືບຕໍ່ຄົ້ນຄ້ວາ, ກະກຽມ ແລະ ຍື່ນສະເໜີຕໍ່ສະພາແຫ່ງຊາດ ເມື່ອພິຈາລະນາ, ຕົກລົງໂຄງການສ້າງກົດໝາຍ, ລັດຖະບັນຢັດປີ 2014.