ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍສຳຄັນບາງສະບັບ
(ພາບປະກອບ)
(vovworld) – ໂດຍສືບຕໍ່ການເຮັດວຽກ, ຕອນເຊົ້າວັນທີ 17/08, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍອົງການສືບສວນສອບສວນຄະດີອາຍາ ແລະ ກົດໝາຍກັກຂັງຊົ່ວຄາວ. ຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີຕໍ່ຄວາມຈຳເປັນໃນການສ້າງຮ່າງກົດໝາຍ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕໍ່ສູ້ຕ້ານອາດຊະຍາກຳໃນສະພາບການໃໝ່, ພ້ອມທັງສະເໜີກວດກາລະອຽດບັນດາມາດຕາ, ຮັບປະກັນໃຫ້ເໝາະສົມກັບລັດຖະທຳມະມູນ ແລະ ກົດໝາຍທີ່ປະກາດໃຊ້ແລ້ວ. ບັນດາສະມາຊິກໃນຄະນະປະຈຳສະພາແຫ່ງຊາດ ກໍເຫັນດີເພີ່ມເຕີມກຳລັງກວດກາການປະມົງ ແມ່ນອົງການຮັບໜ້າທີ່ດຳເນີນບາງການເຄື່ອນໄຫວສືບສວນສອບສວນ.
ຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ (ສະບັບປັບປຸງ).