ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງມະຕິປະກາດໃຊ້ກົດລະບຽບການເຮັດວຽກຂອງຄະນະປະຈຳສະພາແຫ່ງຊາດ

ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງມະຕິປະກາດໃຊ້ກົດລະບຽບການເຮັດວຽກຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
(ພາບ​ປະ​ກອບ: TTXVN)

 (vovworld)- ​ ​ ຕອນ​ເຊົ້າ​ວັນ​ທີ 11/12, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ມະ​ຕິປະ​ກາດ​ໃຊ້​ກົດ​ລະ​ບຽບ​ການ​ເຮັດ​ວຽກ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ແລະ ການ​ເຈ​ລະ​ຈາ, ແລກ​ປ່ຽນ​ຈົດ​ໝາຍ​ທາງ​ການ ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ອອກວິ​ຊາ ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ. ຂໍ້​ຕົກ​ລົງ​ຈະ​ມີ​ຜົນ​ສັກ​ສິດ​ພາຍ​ຫລັງ 30 ວັນ ນັບ​ແຕ່ມື້​ຝ່າຍ ຫວຽດ​ນາມ ໄດ້​ຮັບ​ຈົດ​ໝາຍ​ທາງ​ການ​ເຫັນ​ດີ​ຈາກ ຝ່າຍ ອາ​ເມ​ລິ​ກາ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ຄ​ະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຕີ​ລາ​ຄາ​ໝາກ​ຜົນ​ກອງ​ປະ​ຊຸມ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 13 ແລະ ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ກະ​ກຽມ​ກອງ​ປະ​ຊຸມ​ເທື່ອ​ທີ 11, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 13, ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ມະ​ຕີ​ກ່ຽວ​ກັບ​ອົງ​ປະ​ກອບ​ການ​ຈັດ​ຕັ້ງ, ຫນ້າ​ທີ່, ສິດ​ອຳ​ນາດ​ຂອງ​ຄະ​ນະ​ເລ​ຂາ ແລະ ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ.

 

 

 

 

 

ຂ່າວ/ບົດ​ອື່ນ