ຄະນະປະຈຳສະພາ ແຫ່ງຊາດປະກອບຄຳເຫັນ ກ່ຽວກັບຮ່າງກົດໝາຍ ວ່າດ້ວຍບັດປະຈຳຕົວພົນລະເມືອງ
ພາບປະກອບ
(vovworld) – ໂດຍສືບຕໍ່ວາລະປະຊຸມຄັ້ງທີ 26, ຕອນເຊົ້າວັນທີ 12/3, ຄະນະປະຈຳສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດໄດ້ປະກອບຄຳເຫັນ ກ່ຽວກັບຮ່າງກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ. ຮ່າງກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງລວມມີ 5 ພາກ, 34 ມາດຕາ ກຳນົດບາງເນື້ອໃນໃໝ່ເຊິ່ງກົດໝາຍປະຈຸບັນກ່ຽວກັບບັດປະຈຳຕົວພົນລະເມືອງບໍ່ທັນກຳນົດ, ຄືຫຼັກການຄຸ້ມຄອງບັດປະຈຳຕົວພົນລະເມືອງ, ສິດ ແລະ ພັນທະຂອງພົນລະເມືອງ... ທ່ານ ຟານຈູງຫຼີ, ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດສະເໜີວ່າ: ບັນດາຂໍ້ກຳນົດໃນກົດໝາຍຕ້ອງຮັບປະກັນເປັນເອກະພາບ ແລະ ຄົບຊຸດກັບບັນດາກົດໝາຍທີ່ກ່ຽວຂ້ອງ:
“ຄວນຮັບປະກັນລັກສະນະເອກະພາບຂອງລະບົບກົດໝາຍ ຍ້ອນກົດໝາຍດັ່ງກ່າວກ່ຽວຂ້ອງເຖິງກົດໝາຍອື່ນໆອີກ, ພິເສດແມ່ນກົດໝາຍວ່າດ້ວຍສຳມະໂນຄົວ. ກົດໝາຍສະບັບນີ້ ໄດ້ຮັບຄຳເຫັນຈາກຄະນະປະຈຳສະພາແຫ່ງຊາດ 2 ເທື່ອແລ້ວ ແຕ່ຍັງບໍ່ທັນໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ, ຍ້ອນບໍ່ທັນຕອບບາງບັນຫາຢ່າງຈະແຈ້ງເທື່ອ. ການພົວພັນລະຫວ່າງບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍບັດປະຈຳຕົວ ແລະ ກົດໝາຍວ່າດ້ວຍສຳມະໂນຄົວມີຜົນສະທ້ອນຫຍັງບໍ່”
ຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດສືບຕໍ່ປະກອບຄຳເຫັນກ່ຽວກັບບາງບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍທະບຽນສານ (ສະບັບປັບປຸງ) ແລະ ບາງບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ).