ຄະນະປະຕິບັດງານກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມເຮັດວຽກຢູ່ລັດເຊຍ
ຄະນະປະຕິບັດງານກຳມາທິການການຕ່າງປະເທດ
ສະພາແຫ່ງຊາດຫວຽດນາມເຮັດວຽກຢູ່ລັດເຊຍ
(ພາບ: TTXVN)
(vovworld) - ໃນລະຫວ່າງວັນທີ 18 – 22/03, ຄະນະປະຕິບັດງານຂອງກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ໂດຍທ່ານ ຫງວຽນແມ້ງຕ໋ຽນ, ຮອງຫົວໜ້າກຳມາທິການ ໄດ້ນຳໜ້າໄປຢ້ຽມຢາມ ແລະ ເຮັດວຽກຢູ່ລັດເຊຍ. ໃນຂອບເຂດການຢ້ຽມຢາມ, ຄະນະປະຕິບັດງານໄດ້ມີການເຮັດວຽກກັບກຳມາທິການການຕ່າງປະເທດ ດູມາແຫ່ງຊາດສະຫະພັນລັດເຊຍ, ຄະນະກຳມະການພົວພັນກັບຕ່າງປະເທດສະພາສະຫະພັນລັດເຊຍ; ຢ້ຽມຢາມ ແລະ ເຮັດວຽກກັບສະຖານທູດຫວຽດນາມ, ຜູ້ຕາງໜ້າປະຊາຄົມ, ສະມາຄົມວິສາຫະກິດ ພ້ອມກັບບັນດາອົງການຕາງໜ້າຂອງຫວຽດນາມ ປະຈຳລັດເຊຍ.
ວັນທີ 21/03, ຄະນະໄດ້ມີການເຮັດວຽກກັບທ່ານ Anatoly Karpov, ຮອງປະທານກຳມາທິການການຕ່າງປະເທດດູມາແຫ່ງຊາດສະຫະພັນລັດເຊຍ. 2 ຝ່າຍໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບໝາກຜົນໃນການຮ່ວມມືຢ່າງຕັ້ງໜ້າ, ມີປະສິດທິຜົນ, ການສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດສະຫະພັນລັດເຊຍ ໃນໄລຍະຜ່ານມາ, ພ້ອມທັງຖືວ່າ, ຄວນສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ເຫັນດີສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການໃຫ້ສັດຕະຍາບັນ ແລະ ຕິດຕາມກວດກາການຜັນຂະຫຍາຍບັນດາສັນຍາເຊິ່ງການນຳ 2 ປະເທດໄດ້ລົງນາມແລ້ວ…