ຄະນະປະຕິບັດງານຂອງລັດຖະບານ ເຮັດວຽກຢູ່ເກີນເທີ

ຄະນະປະຕິບັດງານຂອງລັດຖະບານ ເຮັດວຽກຢູ່ເກີນເທີ - ảnh 1

ຕະຫຼາດ​ກາຍຣັງ

(ພາບປະກອບ:ຂ່າວສານ​ຫວຽດນາມ)

(vovworld): ສືບ​ຕໍ່​ການ​ໄປ​ປະຕິບັດ​ງານ​ຢູ່ເຂດ​ທົ່ງພຽງ​ແມ່ນ້ຳຂອງ, ຕອນ​ເຊົ້າວັນ​ທີ 18/1, ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍິນ ນຳ​ໜ້າ​​ໄດ້ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ບັນດາ​ກົມ​ກອງ​ຂຶ້ນ​ກັບ​ກຳລັງ​ປະກອບ​ອາວຸດ​ທະຫານ​ເຂດ 9. ​ເມື່ອ​ເຮັດ​ວຽກ​ກັບ​ກອງ​ບັນຊາ​ການ​ທະຫານ​ນະຄອນ​ເກີນ​ເທີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນ​ທ້ຽນ​ເຍິນ ສະ​ເໜີ​ໃຫ້ທາງ​ກົມ​ກອງ​ຈົ່ງ​ສືບ​ຕໍ່​ຍູ້​ແຮງ​ວຽກງານ​ກໍ່ສ້າງພື້ນຖານ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ, ຊາບ​ຊືມບັນດາມະຕິ, ຄຳ​ສັ່ງ​ຂອງ​ພັກ, ລັດ, ລັດຖະບານ​ກ່ຽວ​ກັບ​ໜ້າ​ທີ່​ການ​ທະຫານ-​ການ​ປ້ອງ​ກັນຊາ​ດ ​ແລະ ກໍ່ສ້າງ​ເຂດ​ປ້ອງ​ກັນໝັ້ນຄົງ. ກອງ​ບັນຊາ​ການ​ທະຫານ​ນະຄອນ​ເກີ​ນເທີ ຄວນ​ສຸມ​ໃສ່​ປ່ຽນ​ໃໝ່​ຮູບ​ການ, ວິທີ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ, ສຶກສາ​ໃຫ້​ບັນດາ​ເປົ້າໝາຍ​ໃນ​ລະບົບ​ການ​ເມືອງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍິນ ຍັງ​ສະ​ເໜີ​ໃຫ້​ກຳລັງ​ປະກອບ​ອາວຸດ​ນະຄອນ ຈົ່ງ​ສືບ​ຕໍ່​ສຸມ​ໃສ່​ວຽກ​ງານ​ກໍ່ສ້າງ​ກຳລັງ, ກຽມພ້ອມ​ການ​ສູ້​ຮົບ, ຝຶກ​ຝົນ ​ແລະ ​ເຄື່ອນ​ໄຫວ​ຂອງ​ກຳລັງ​ປະກອບ​ອາວຸດ.

 

 

ຂ່າວ/ບົດ​ອື່ນ