(ພາບ: vov.vn)
(vovworld)- ວັນທີ 17/8, ທ່ານເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳຄະນະ ເລຂາ ນຳໜ້າຄະນະກວດກາຂອງກົມການເມືອງລົງເຮັດວຽກຢູ່ແຂວງຫວິ້ງລອງ ກ່ຽວກັບການຈັດຕັ້ງປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 ກ່ຽວກັບ “ບາງບັນຫາຮີບດ່ວນໃນການກໍ່ສ້າງພັກໃນປະຈຸບັນ“ ແລະ ຄຳສັ່ງເລກທີ 03 ກ່ຽວກັບ “ການສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ“. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຮົ່ງແອງ ຕີລາຄາວ່າ ການຈັດຕັ້ງຜັນຂະຫຍາຍ ຊາບຊືມມະຕິສູນກາງພັກຄັ້ງທີ 4, ຄຳສັ່ງເລກທີ 03 ຢູ່ອົງຄະນະພັກແຂວງຫວິ້ງລອງ ໃນໄລຍະຜ່ານມາ ແມ່ນຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການ. ກ່ຽວກັບການຊີ້ນຳປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 ໃນໄລຍະຈະມາເຖິງ, ທ່ານເລຮົ່ງແອງເວົ້າວ່າ:
“ຜ່ານການກວດກາໃຫ້ເຫັນວ່າ ຕ້ອງເພີ່ມເຕີມແຜນການ, ມາດຕະການໃຫ້ເໝາະສົມ, ຕ້ອງແກ້ໄຂບັນດາຈຸດອ່ອນທີ່ໄດ້ຮັບການສະຫລຸບ ສຳຫຼວດຕີລາຄາ ຜ່ານການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍຢ່າງທັນການ ແລະ ມີປະສິດທິຜົນ. ທາງແຂວງຕ້ອງສືບຕໍ່ຊີ້ນຳນຳພາອຳນາດການປົກຄອງ ໃນການກວດກາການປະຕິບັດບັນດາເຫດການ ແລະ ປະຕິບັດຫຼັງການສຳຫຼວດຕີລາຄາ ໂດຍສະເພາະແມ່ນການແກ້ໄຂບັນດາບັນຫາເຄັ່ງຮ້ອນໃນບົດລາຍງານຂອງຄະນະປະຈຳໄດ້ຍົກອອກມາ“.