ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ
ລາວ ແລະຫວຽດນາມ
(ພາບ: baomoi.com)
|
(vovworld) – ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານພົນເອກ ຟູ່ງກວາງແທງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ທ່ານ ພົນໂທ ດວງໃຈ ພິຈິດ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວໄດ້ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດລາວ ມາຢ້ຽມຢາມຫວຽດນາມ. ທີ່ການເຈລະຈາເມື່ອຕອນເຊົ້າວັນທີ 12/3, ຢູ່ຮ່າໂນ້ຍ, 2 ຝ່າຍໄດ້ເຫັນດີເປັນເອກະສັນນຳກັນວ່າໃນໄລຍະຈະມາເຖິງ, ກອງທັບ 2 ປະເທດຈະສືບຕໍເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແລກປ່ຽນບົດຮຽນໃນວຽກງານສືກສາແນວຄິດການເມືອງ, ກ່ຽວກັບການບຳລຸງສ້າງພະນັກງານ, ສົມທົບກັບການຍູ້ແຮງວຽກງານຊອກຫາ, ເຕົ້າໂຮມ, ສົ່ງອັດຖິ ທະຫານເສຍສະຫຼະຊີວິດເພື່ອຊາດ ແລະ ຊ່ຽວຊານການທະຫານຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວຜ່ານໄລຍະສົງຄາມຕ່າງໆກັບເມືອບ້ານເກີດເມືອງນອນ. ຄະນະຜູ້ແທນການທະຫານຂັ້ນສູງກະຊວງປ້ອງກັນປະເທດລາວ ກໍ່ໄດ້ໄປຢ້ຽມຢາມນະຄອນດ່າໜັງ, ຢ້ຽມຢາມບາງກົມກອງທະຫານປະຊາຊົນຫວຽດນາມ.