(vovworld) – ໂດຍຕອບສະໜອງຄຳເຊື້ອເຊີນຂອງພົນເອກ ສຸກຳພົນ ສຸວັນນະທັດ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄທ, ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍທ່ານ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າ ໄດ້ເລີ່ມຕົ້ນການຢ້ຽມຢາມສັນຕະວະໄມຕີລາຊະອານາຈັກ ໄທ ຢ່າງເປັນທາງການແຕ່ວັນທີ 11 – 14/3. 2 ຝ່າຍຈະແລກປ່ຽນບັນດາເນື້ອໃນ ແລະ ມາດຕະການລະອຽດ, ແທດຈິງ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ໄທ ບົນພື້ນຖານ “ຂໍ້ຕົກລົງກ່ຽວກັບການຮ່ວມມືປ້ອງກັນຊາດລະຫວ່າງກະຊວງປ້ອງກັນປະເທດ ສປປ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ລາຊະອານາຈັກ ໄທ” (ເຊິ່ງລົງລາຍເຊັນເມື່ອເດືອນ 9/2012). ການຢ້ຽມຢາມຢ່າງເປັນທາງການຄັ້ງນີ້ແນໃສ່ເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ປະເທດ, 2 ກອງທັບ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ຢູ່ໃນໂລກ.