ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ຢ້ຽມຢາມລັດເຊຍ


ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ຢ້ຽມຢາມລັດເຊຍ - ảnh 1
ການພົບປະແລກປ່ຽນລະຫວ່າງສອງຝ່າຍ
(ພາບ: qdnd.vn)

(vovworld) -     ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໂດຍ​ທ່ານ​ພົນ​ໂທ Nguyen Ba Ty, ​ເສນາ​ທິການ​ໃຫຍ່​ນຳ​ໜ້າ, ຫາ​ກໍ​ມີ​ການ​ຢ້ຽມຢາມ​ ແລະ ​ເຮັດ​ວຽກ​ຢູ່​ສະຫະພັນ​ລັດ​ເຊຍ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເສນາ​ທິການ​ໃຫຍ່​ບັນດາ​ກຳລັງ​ປະກອບ​ອາວຸດ​ທັງ​ເປັນ​ຮອງ​ລັດຖະມົນຕີ​ທີ່​ໜຶ່ງ​ກະຊວງ​ປ້ອງ​ກັນປະ​ເທດລັດ​ເຊຍ, ພົນ​ເອກ Nikolai Makarov. ທີ່​ການ​ເຈລະຈາ​ລະຫວ່າງທ່ານ​ພົນ​ໂທ Nguyen Ba Ty ​ແລະ ທ່ານ​ລັດຖະມົນ​ປ້​ອງກັນ​ປະ​ເທດລັດ​ເຊຍ Anatoly Serdiukov ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ສະພາບ​ການ​ ​ແລະ ​ແງ່​ຫວັງ​​ຮ່ວມ​ມື​ປ້ອງ​ກັນປະ​ເທດ ​ແລະ ການ​ທະຫານ - ​ເຕັກນິກ​ສອງ​ຝ່າຍ ​ແລະ ​ເນັ້ນ​ໜັກ​ວ່າ ສອງ​ປະ​ເທດ​ຄວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ກວ່າ​ອີກ ​ເພື່ອ​ເໝາ​ະສົມກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ. ​


ຂ່າວ/ບົດ​ອື່ນ