ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ເຮັດວຽກຢູ່ ສ.ສິງກະໂປ
(ພາບປະກອບ)
(vovworld) – ໃນການເຈລະຈາທີ່ດຳເນີນໃນຕອນເຊົ້າວັນທີ 26/9, ພົນໂທ ດັ້ງວັນຮ໋ຽວ, ລັດຖະມົນຕີຊ່ວຍ ຜູ້ປະຈຳການກະຊວງຕຳຫຼວດຫວຽດນາມ ແລະ ທ່ານລັດຖະມົນຕີຊ່ວຍ ກະຊວງພາຍໃນ ແຫ່ງສ.ສິງກະໂປ Tan Tê How ຢືນຢັນວ່າຈະສືບຕໍ່ຍູ້ແຮງການຮ່ວມມື, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດ, ການຕໍ່ສູ້ປ້ອງກັນ, ຕ້ານອາດສະຍາກຳຢູ່ທັງສອງປະເທດ. ລັດຖະມົນຕີຊ່ວຍທັງສອງທ່ານກໍ່ເປັນສັກຂີພິຍານ ພິທີລົງນາມ ຕໍ່ກຳນົດເວລາໃຫ້ລາຍການບຳລຸງສ້າງ ແລະ ປະຕິບັດກົດໝາຍ ໂດຍກະຊວງພາຍໃນສິງກະໂປຊ່ວຍໃຫ້ກະຊວງຕຳຫຼວດຫວຽດນາມ, ໄລຍະ 2014-2016
ໃນປີຜ່ານມາ, ກະຊວງຕຳຫຼວດຫວຽດນາມ ແລະ ກະຊວງພາຍໃນສິງກະໂປ ຍາມໃດກໍ່ຮັກສາ, ຊຸກຍູ້ການຮ່ວມມືຮອບດ້ານນຳກັນ ແລະ ບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງໃນທຸກຂົງເຂດຮ່ວມມື, ຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ