ໂຮງຮຽນມິດຕະພາບ 80
(ພາບ:.ອິນເຕີແນັດ)
ວັນທີ 28/8 ຢູ່ທີ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ Pham Vu Luan ແລະ ທ່ານລັດຖະມົນຕີກະຊວງສຶກສາ, ຊາວໜູ່ມ ແລະ ກິລາ ກຳປູເຈຍ Im Sethy ໄດ້ຕາງໜ້າໃຫ້ກະຊວງສຶກສາສອງປະເທດ ລົງນາມໃນແຜນການຮ່ວມມືກ່ຽວກັບການສຶກສາລະຫວ່າງສອງປະເທດໃນປີ 2012.
ກ່າວຄຳເຫັນທີ່ພິທີລົງນາມ, ທ່ານລັດຖະມົນຕີກະຊວງສຶກສາ, ຊາວໜູ່ມ ແລະ ກິລາ ກຳປູເຈຍ Im Sethy ເວົ້າວ່າ.
“ສາຍພົວພັນພິເສດລະຫວ່າງກະຊວງສຶກສາຫວຽດນາມ ແລະ ກຳປູເຈຍ ໄດ້ມີມາແຕ່ດົນນານ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ຍາມໃດ ກະຊວງສຶກສາພວກຂ້າພະເຈົ້າ ກໍ່ຈົດຈຳການຊ່ວຍເຫຼືອອັນໃຫຍ່ຫຼວງຂອງກະຊວງສຶກສາ ແລະ ບຳງລຸງສ້າງຫວຽດນາມ ນັບແຕ່ເມື່ອພວກຂ້າພະເຈົ້າຫຼຸດຜົ້ນອອກຈາກໄພດັບສູນເຊື້ອຊາດ Pon Pot ເມື່ອວັນທີ 7/1/1979 ມາຮອດປະຈຸບັນ, ພິເສດແມ່ນໃນຂົງເຂດບຳລຸງສ້າງມັດຖະຍົມ, ມະຫາວິທະຍາໄລ ແລະ ມາດສະເຕີ…”
ທ່ານລັດຖະມົນຕີ Im Sethy ກໍຢືນຢັນວ່າ ຈະມານະພະຍາຍາມຊຸກຍູ້ນ້ຳໃຈສາມັກຄີມິດຕະພາບ ລະຫວ່າງສອງປະເທດເວົ້າລວມ ແລະ ລະຫວ່າງຂົງເຂດສຶກສາບຳລຸງສ້າງເວົ້າສະເພາະກວ່າອີກ.
ສ່ວນທ່ານລັດຖະມົນຕີ Pham Vu Luan ກໍຢືນຢັນຄືນໃໝ່ວ່າ, ເລື່ອງລົງນາມໃນສັນຍາຮ່ວມມືຄັ້ງນີ້ ແມ່ນພະຍານຫຼັກຖານທີ່ຈະແຈ້ງກວ່າ, ຢືນຢັນການຮ່ວວມືລະຫວ່າງຂະແໜງສຶກສາຂອງສອງປະເທດເວົ້າສະເພາະ ແລະ ກໍແມ່ນການຮ່ວມມືລະຫວ່າງສອງປະເທດເວົ້າລວມ ນັບມື້ນັບໄດ້ຮັບການເປີດກວ້າງ ແລະ ກ້າວເຂົ້າສູ່ລວງເລິກ.
ໃນຂອບເຂດການປະຕິບັດງານຢູ່ຫວຽດນາມ, ວັນທີ 27/8, ຄະນະຜູ້ແທນຂັ້ນສູງກະຊວງສຶກສາ, ຊາວໜຸ່ມ ແລະ ກິລາລາຊະອານາຈັກກຳປູເຈຍ ໂດຍທ່ານລັດຖະມົນຕີ Im Rithy ນຳໜ້າ ໄດ້ມາຢ້ຽມຢາມໂຮງຮຽນມິດຕະພາບ 80, ເທດສະບານເມືອງເຊີນໄຕ, ຮ່າໂນ້ຍ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານລັດຖະມົນຕີ Im Rithy ໄດ້ຕີລາຄາສູງບົດບາດຂອງໂຮງຮຽນມິດຕະພາບ 80 ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ກຳປູເຈຍ:
“ຂ້າພະເຈົ້າຂໍຢັ້ງຢືນວ່າ: ໂຮງຮຽນມິດຕະພາບ 80 ແມ່ນສູນບຳລຸງສ້າງຢ່າງໝັ້ນຄົງ, ສະໜອງບັນດາຄວາມຮູ້ດ້ານວັດທະນະທຳ, ມະນຸດ, ການທ່ອງທ່ຽວ….ເພື່ອໃຫ້ພວກນ້ອງນັກຮຽນສາມາດເຂົ້າຮຽນຢູ່ບັນດາມະຫາວິທະຍາໄລຂະແໜງສະເພາະຂອງຫວຽດນາມ. ແລະ ອາດເວົ້າໄດ້ວ່າ: ນີ້ແມ່ນຂໍ້ກູນແຈເພື່ອໃຫ້ພວກນ້ອງກ້າວເຂົ້າມະຫາວິທະຍາໄລ“
ການເຄື່ອນໄຫວບຳລຸງສ້າງຂອງໂຮງຮຽນມິດຕະພາບ 80 ແມ່ນນອນໃນຂອບເຂດການຮ່ວມມືດ້ານວັດທະນະທຳ, ການສຶກສາລະຫວ່າງສອງປະເທດຫວຽດນາມ-ກຳປູເຈຍ ເພື່ອແນໃສ່ເພີ່ມທະວີສາຍພົວພັນ “ຖານບ້ານໃກ້ເຮືອນຄຽງທີ່ດີງາມ, ນ້ຳໃຈມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ສະຖຽນລະພາບອັນຍາວນານ“ ລະຫວ່າງສອງປະເທດຫວຽດນາມ-ກຳປູເຈຍ.