ຄະນະຜູ້ແທນຂັ້ນສູງກະຊວງສາທາລະນະສຸກຫວຽດນາມຢ້ຽມຢາມນິວຊີແລນ
ທ່ານນາງ ຫງວຽນທິກິມຕ້ຽນ ລັດຖະມົນຕີວ່າການກະຊວງ
ສາທາລະນະສຸກຫວຽດນາມ |
(vovworld)- ຄະນະຜູ້ແທນຂັ້ນສູງກະຊວງສາທາລະນະສຸກຫວຽດນາມ ໂດຍທ່ານນາງ ຫງວຽນທິກິມຕ້ຽນ ລັດຖະມົນຕີວ່າການກະຊວງດັ່ງກ່າວນຳໜ້າໄດ້ເດີນທາງໄປຢ້ຽມຢາມນິວຊີແລນໃນວັນທີ 20 ແລະ 21/8. ການຢ້ຽມຢາມຂອງ ຄະນະຜູ້ແທນຂັ້ນສູງກະຊວງສາທາລະນະສຸກຫວຽດນາມ ແມ່ນເພື່ອແນໃສ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມືຊຶ່ງໄດ້ເປັນເອກະພາບກັນລະຫວ່າງນາຍົກລັດຖະມົນຕີຫວຽດນາມ ແລະ ນິວຊີແລນ, ອັນໄດ້ປະກອບສ່ວນເຂົ້າໃນການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງການພົວພັນທາງການທູດລະຫວ່າງ 2 ປະເທດ. ການຢ້ຽມຢາມຂອງ ຄະນະຜູ້ແທນຂັ້ນສູງກະຊວງສາທາລະນະສຸກຫວຽດນາມ ແມ່ນກໍເພື່ອແນໃສ່ຜັນຂະຫຍາຍປະຕິບັດການຮ່ວມມືແບບຄູ່ຮ່ວມມືລະຫວ່າງລັດຖະບານ 2 ປະເທດ, ໃນນັ້ນ ເອົາໃຈໃສ່ເຖິງຂົງເຂດສາທາລະນະສຸກ ແລະ ຄວາມປອດໄພດ້ານສະບຽງອາຫານ.