(VOVWORLD) - ທີ່ການເຈລະຈາ ແລະ ການພົບປະຄັ້ງຕ່າງໆ, ທ່ານປະທານສະພາແຫ່ງຊາດ Adama Bictogo ສະເໜີໃຫ້ສະພາແຫ່ງຊາດສອງປະເທດກະຕຸກຊຸກຍູ້ເພື່ອໃຫ້ສອງປະເທດຍູ້ແຮງທ່າໄດ້ປຽບໃນຫຼາຍຂົງເຂດ, ພິເສດແມ່ນຂົງເຂດກະສິກຳ. ວິສາຫະກິດ ຫວຽດນາມ ອາດຈະຜັນຂະຫຍາຍໂຮງງານປຸງແຕ່ງໝາກມ່ວງຫິມະພານຢູ່ ກົດດີວົວ
ທ່ານປະທານສະພາແຫ່ງຊາດ ກົດດີວົວ Adama Bictogo ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ
|
ວັນທີ 16 ມິຖຸນາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ກົດດີວົວ ນຳໂດຍທ່ານ ປະທານສະພາແຫ່ງຊາດ Adama Bictogo ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 13 – 16 ມິຖຸນາ ຢ່າງຈົບງາມ, ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ.
ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ກົດດີວົວ Adama Bictogo, ໄດ້ວາງພວງມາລາຢູ່ອະນຸສາວະລີບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ; ຢ້ຽມຢາມເຂດອະນຸສອນສະຖານປະທານ ໂຮ່ຈີມິນ; ເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ ຫວໍວັນເຖືອງ, ພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ເຂົ້າຮ່ວມພິທີຕ້ອນຮັບທາງການ ແລະ ເຈລະຈາກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ; ເຂົ້າຮ່ວມງານລ້ຽງທາງການ.
ທີ່ການເຈລະຈາ ແລະ ການພົບປະຄັ້ງຕ່າງໆ, ທ່ານປະທານສະພາແຫ່ງຊາດ Adama Bictogo ສະເໜີໃຫ້ສະພາແຫ່ງຊາດສອງປະເທດກະຕຸກຊຸກຍູ້ເພື່ອໃຫ້ສອງປະເທດຍູ້ແຮງທ່າໄດ້ປຽບໃນຫຼາຍຂົງເຂດ, ພິເສດແມ່ນຂົງເຂດກະສິກຳ. ວິສາຫະກິດ ຫວຽດນາມ ອາດຈະຜັນຂະຫຍາຍໂຮງງານປຸງແຕ່ງໝາກມ່ວງຫິມະພານຢູ່ ກົດດີວົວ; ສ້າງເງື່ອນໄຂເພື່ອໃຫ້ນັກຊ່ຽວຊານ ຫວຽດນາມ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ກ່ຽວກັບການປູກເຂົ້າໃຫ້ແກ່ ກົດດີວົວ, ນຳໃຊ້ເຄື່ອງຈັກໃນການປູກເຂົ້ານາທາມ; ກົດດີວົວ ນຳເຂົ້າຜະລິດຕະພັນເຄື່ອງຈັກຂອງ ຫວຽດນາມ…
ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື, ຕິດຕາມການປະຕິບັດບັນດາສົນທິສັນຍາສາກົນ, ຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງລັດຖະບານສອງປະເທດຢ່າງມີປະສິດທິຜົນ; ສະໜັບສະໜູນ ແລະ ເພີ່ມທະວີການເຊື່ອມຕໍ່, ການຮ່ວມມືລະຫວ່າງບັນດາວິສາຫະກິດ; ສ້າງເງື່ອນໄຂໜູນຊ່ວຍປະຊາຄົມວິສາຫະກິດກໍ່ຄືປະຊາຊົນສອງປະເທດທີ່ດຳລົງຊີວິດ ລົງທຶນ ແລະ ດຳເນີນທຸລະກິດເປັນປົກກະຕິຢູ່ແຕ່ລະປະເທດ.