ພົນຕີ ຟີກວກຕວນຕ້ອນຮັບຄະນະຜູ້ແທນທູດທະຫານບັນດາປະເທດປະຈຳຫວຽດນາມ
ພາບ:infornet.vn
|
(vovworld)- ຄະນະຜູ້ແທນທູດທະຫານບັນດາປະເທດປະຈຳຫວຽດນາມ ໂດຍພັນເອກ Matthew Dudley, ທູດທະຫານ ອົດສະຕາລີ ເປັນຫົວຫນ້າຄະນະ ໄດ້ໄປຢ້ຽມຢາມ ກອງບັນຊາການທະຫານນະຄອນຫລວງ ຮ່າໂນ້ຍ. ນະທີ່ນີ້ ພົນຕີ ຟີກວກຕວນ, ຜູ້ບັນຊາການທະຫານກອງບັນຊາການທະຫານນະຄອນຫລວງ ຮ່າໂນ້ຍ ໄດ້ຢືນຢັນວ່າ: ໃນໄລຍະຜ່ານມາ, ທູດທະຫານບັນດາປະເທດປະຈຳ ຫວຽດນາມ ມີສາຍພົວພັນຢ່າງສະຫນິດແຫນ້ນກັບບັນດາອົງການ, ກົມກອງກອງທັບປະຊາຊົນຫວຽດນາມ ເວົ້າລວມ, ກອງບັນຊາການທະຫານນະຄອນຫລວງ ເວົ້າສະເພາະ, ຜ່ານນັ້ນ ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງກອງທັບປະຊາຊົນຫວຽດນາມ ກັບກອງທັບບັນດາປະເທດ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງໃນພາກພື້ນ ແລະ ໂລກ. ພັນເອກ Matthew Dudley ປາດຖະຫນາວ່າ ໃນໄລຍະຈະມາເຖິງ, ທູດທະຫານບັນດາປະເທດ ຈະ ໄປຢ້ຽມຢາມກອງບັນຊາການທະຫານນະຄອນຫລວງ ແລະ ບັນດາກົມກອງ ຫລາຍກວ່າ , ປະກອບສ່ວນເພີ່ມທະວີການພົວພັນແລກປ່ຽນລະຫວ່າງກອງທັບປະຊາຊົນຫວຽດນາມ ກັບກອງທັບປະເທດຕ່າງໆ.