(vovworld) - ຄະນະຜູ້ແທນພັກກອມມູນິດຫວຽດນາມ ນຳໂດຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ Hoang Binh Quan ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຊູແອດ ແລະ ແດນມາກ ແຕ່ວັນທີ 22 – 27/9, ຕາມຄຳເຊີນຂອງບັນດາພັກຝ່າຍການເມືອງ ຊູແອດ ແລະ ແດນມາກ. ທີ່ບັນດາການເຮັດວຽກກັບການນຳພັກການເມືອງຊູແອດ ແລະ ແດນມາກ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງ Hoang Binh Quan ໄດ້ຢືນຢັນວ່າ ຍາມໃດຫວຽດນາມ ກໍຖືການພົວພັນເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນກັບຊູແອດ ແລະ ແດນມາກ ຕາມທິດແທດຈິງ, ໃນຫຼາຍຂັ້ນ; ພ້ອມກັນນັ້ນກໍມີການແລກປ່ຽນກັບການນຳສອງປະເທດກ່ຽວກັບການພົວພັນສອງຝ່າຍ ແລະ ມາດຕະການຕ່າງໆເພື່ອຊຸກຍູ້ການພົວພັນຂອງພັກ ແລະ ການພົວພັນລະຫວ່າງຫວຽດນາມ ກັບ ຊູແອດ ແລະ ແດນມາກ ໃນໄລຍະຈະມາເຖິງ. ຝ່າຍຊູແອດ ແລະ ແດນມາກ ກໍຖືການພົວພັນກັບຫວຽດນາມ ເປັນສຳຄັນ ແລະ ຢືນຢັນແຜນນະໂຍບາຍເພີ່ມທະວີການຮ່ວມມືຮອບດ້ານກັບບັນດາປະເທດອາຊີ - ປາຊີຝີກ ເວົ້າລວມ, ກັບບັນດາປະເທດອາຊຽນ ເວົ້າສະເພາະ. ບັນດາປະເທດເຫັນດີໂດຍຖືວ່າ ໃນໄລຍະຈະມາເຖິງຕ້ອງຊຸກຍູ້ຄວາມສາມາດບົມຊ້ອນໃນການຮ່ວມມືລະຫວ່າງຫວຽດນາມ ກັບ ຊູແອດ ແລະ ຫວຽດນາມ ກັບ ແດນມາກ ກວ່າອີກ.