ຄະນະຜູ້ແທນພຸດທະສາສະໜາຫວຽດນາມ ຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ

ຄະນະຜູ້ແທນພຸດທະສາສະໜາຫວຽດນາມ ຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ - ảnh 1
ທ່ານ​  ລັດຖະມົນຕີ​ Min Khin, ໃຫ້ການຕ້ອນຮັບຄະນະ​ຜູ້​ແທນສະມາຄົມພຸດ​ທະ​ສາສະໜາ​ຫວຽດນາມ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ຕອນ​ບ່າຍ​ວັນ​ທີ 12/6, ທ່ານ​ Min Khin, ລັດຖະມົນຕີ​ກະຊວງພິທີການ ​ແລະ ສາສະໜາ ລາຊະ​ອານາຈັກ ກຳປູ​ເຈຍ ​ໄດ້​ໃຫ້​ການ​ຕ້ອນຮັບ​ຄະນະ​ຜູ້​ແທນສະມາຄົມພຸດ​ທະ​ສາສະໜາ​ຫວຽດນາມ ​ໂດຍ​ພະ​ມະຫາ​ອາຈານ Thich Tri Quang,​ ຮອງ​ປະທານ​ສະພາ​ບໍລິຫານ, ຫົວໜ້າ​ຄະນະ​ພຸດທະ​ສາສະໜາ​ສາກົນ ສູນ​ກາງ​ສະມາຄົມພຸດ​ທະສະ​ສາ​ໜາຫວຽດນາມ​ ນຳ​ໜ້າທີ່ພວມ​ຢູ່​ຢ້ຽມຢາມ ກຳປູ​ເຈຍ ​ໃນ​ລະຫວ່າງ​ວັນ​ທີ 11 – 13/6. ກ່າວ​ຄຳ​ເຫັນ​ທີ່​ພິທີ​ຕ້ອນຮັບ, ທ່ານ​ລັດຖະມົນຕີ Min Khin ສະ​ແດງ​ຄວາມຂໍ​ຂອບ​ອົກ​ຂອບ​ໃຈ​ຕໍ່ລັດຖະບານ, ປະຊາຊົນ ​ແລະ ທະຫານ​ອາສາ​ສະໝັກ ຫວຽດນາມ​ ​ທີ່ໄດ້​ຊ່ວຍ​ເຫຼືອປົດ​ປ່ອຍ​ປະຊາຊົນ ກຳ​ປູ​ເຈຍ​ຫຼຸດ​ຜົ້ນອອກ​ຈາກ​ລະບອບ​ດັບ​ສູນ​ເຊື້ອ​ຊາດ Pol Pot, ພ້ອມ​ທັງ​ຟື້ນ​ຟູ​ພື້ນຖານ ພຸດ​ທະ​ສາສະໜາ ຢູ່ກຳ​ປູ​ເຈຍ. ​ໂດຍ​ຕາງໜ້າ​ໃຫ້ຄະນະ​ຜູ້​ແທນສະມາຄົມພຸດ​ທະ​ສາສະໜາ​ຫວຽດນາມ ພະ​ມະຫາ​ອາຈານ Thich Tri Quang ຊົມ​ເຊີຍ​ບັນດາ​ຜົນງານ​ເຊິ່ງ ປະຊາຊົນ ​ແລະ ລັດຖະບານ​ກຳປູ​ເຈຍ ຍາດ​ມາ​ໄດ້, ພ້ອມ​ທັງ​ຊີ້​ແຈງ​ຈຸດປະສົງ​ຂອງ​ການ​ຢ້ຽມຢາມ ​ແມ່ນ​ເພື່ອພັດທະນາ​ການ​ພົວພັນ​ລະຫວ່າງ ປະຊາຊົນ ​ແລະ ພຸດ​ທະ​ສາສະໜາ 2 ປະ​ເທດ, ຈາກ​ນັ້ນ​ປະກອບສ່ວນ​ເພີ່ມ​ທະວີ​ການ​ສ້າງ​ສັນຕິພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ