ຄະນະຜູ້ແທນວິສາຫະກິດອີຣານ ຈະເຂົ້າຮ່ວມ ງານຕະຫຼາດນັດສາກົນຢູ່ຫວຽດນາມ

ຄະນະຜູ້ແທນວິສາຫະກິດອີຣານ ຈະເຂົ້າຮ່ວມ ງານຕະຫຼາດນັດສາກົນຢູ່ຫວຽດນາມ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອີຣານ ຫງວຽນ​ຮົ່ງ​ແທກ
ຕ້ອນຮັບ​ຄະນະ​ຜູ້​ແທນ​ນັກທຸລະກິດ​ອີຣານ
(ພາບ: vietnamplus.vn)


​(vovworld) –  ຄະນະຜູ້​ແທນ​ວິ​ສາ​ຫະກິດ​ອີຣານ ລວມມີ​ນັກທຸລະກິດ 13 ຄົນ, ທີ່​ຕ່າງ​ໜ້າ​ໃຫ້​ບັນດາ​ບໍລິສັດ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ນຳ​ມັນ, ການ​ຄ້າ ​ແລະ ອຸດສາ​ຫະກຳ​ເບົາຂອງ​ອີຣານ ຈະ​​ເຂົ້າ​ຮ່ວມ “ຮ້ານ​ວາງສະ​ແດງ​ສາກົນ​ອີຣານ” ​ທີ່ນອນ​ໃນ​ຂອບ​ເຂດ​ງານ​ຕະຫຼາດນັດ​ການ​ຄ້າ​ສາກົນ​ຫວຽດນາມ ຄັ້ງ​ທີ 25 (Vietnam Expo 2015), ​ເຊິ່ງຈະ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ​ໃນ​ລະຫວ່າງ​ວັນ​ທີ 15 – 18/04/2015. ວັນ​ທີ 12/04, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ນັກທຸລະກິດ​ອີຣານ ກ່​ອນທີ່​ຈະ​ເດີນທາ​ງມາ​ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອີຣານ ຫງວຽນ​ຮົ່ງ​ແທກ, ​ໄດ້​ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ​ຂອງ​ວິ​ສາ​ຫະກິດ​ອີຣານ ​ໃນ​ເລື່ອງ​ຊອກ​ຫາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

        Vietnam Expo 2015 ​ແມ່ນ​ງານ​ຕະຫຼາດນັດ​ສາກົນ​ໄດ້​ຮັບ​ການຈັດ​ຕັ້ງ​​ໃນ​ເດືອນ 04 ທຸກ​ປີ ຢູ່​ສູນ​ວາງສະ​ແດງ ຢາງ​ຫວໍ, ຮ່າ​ໂນ້ຍ. ດ້ວຍ​ຫົວ​ຂໍ້ “ຮ່ວມ​ມື​ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ”, Vietnam Expo 2015 ລວມມີ​ 720 ຮ້ານ​ວາງສະ​ແດງຂອງ 600 ວິ​ສາ​ຫະກິດ​ທີ່​ມາ​ຈາກ 28 ປະ​ເທດ ​ແລະ ​ເຂດ​ແຄ​້ວນ​ເຂົ້າ​ຮ່ວມ.

ຂ່າວ/ບົດ​ອື່ນ