(vovworld) - ໃນລະຫວ່າງວັນທີ 03 – 10 ກັນຍາ, ຄະນະຜູ້ແທນສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ໂດຍທ່ານ ຫວູວັນຮ່ຽນ, ຮອງປະທານສະພານຳໜ້າ, ໄດ້ມີການຢ້ຽມຢາມສະຫະພັນລັດເຊຍ ແລະ ພົບປະກັບບັນດາການນຳຂອງພັກກອມມູນິດສະຫະພັນລັດເຊຍ ພ້ອມກັບບັນດາສະຖາບັນຄົ້ນຄວ້າ, ທິດສະດີຂອງລັດເຊຍ. ການຢ້ຽມຢາມນອນໃນໂຄງການສຳຫຼວດຮັບໃຊ້ຫົວເລື່ອງຄົ້ນຄວ້າວິທະຍາສາດ “ໂລກໃນປະຈຸບັນ ແລະ ບັນດາບັນຫາທີ່ວາງອອກສຳລັບຫວຽດນາມ”. ທີ່ສະຖາບັນຄົ້ນຄວ້າຕ່າງໆຂອງລັດເຊຍ ບັນດາຜູ້ແທນຫວຽດນາມ ໄດ້ຮັບເອົາຂໍ້ມູນທີ່ມີຜົນປະໂຫຍດກ່ຽວກັບບັນດາບັນຫາເຄັ່ງຮ້ອນ, ຄວາມເອົາໃຈໃສ່ລວມກ່ຽວກັບໂລກໃນປະຈຸບັນ ກໍຄືບັນດາການພົວພັນ ແລະ ທິດທາງພັດທະນາການພົວພັນລະຫວ່າງບັນດາປະເທດ, ໃນນັ້ນມີຫວຽດນາມ.
ການຢ້ຽມຢາມລັດເຊຍ ໄດ້ຊ່ວຍໃຫ້ບັນດາສະມາຊິກເຂົ້າຮ່ວມຄົ້ນຄວ້າຫົວເລື່ອນນີ້ ມີຂໍ້ມູນອັນລ້ຳຄ່າຕື່ມອີກ ເພື່ອເພີ່ມເຕີ່ມ, ສຳເລັດວຽກງານຄົ້ນຄວ້າຂອງຕົນ. ນີ້ກໍ່ແມ່ນພາກສ່ວນໜຶ່ງຂອງວຽກງານທີ່ສຳຄັນ ເຊິ່ງສະພາທິດສະດີສູນກາງ ຮັບຜິດຊອບ ແມ່ນເຂົ້າຮ່ວມການກະກຽມບັນດາເອກກະສານໃຫ້ແກ່ກອງປະຊຸມໃຫຍ່ຄັ້ງຕໍ່ໄປຂອງພັກກອມມູນິດຫວຽດນາມ ເຊິ່ງຈະຈັດຂຶ້ນໃນປີ 2016.