ຄະນະຜູ້ແທນອະດີດນັກໂທດການເມືອງ ນະຄອນໂຮ່ຈິມິນຢ້ຽມຢາມຮ່າໂນ້ຍ
ທ່ານນາງຫງວຽນທິຢວານ
(ພາບ: vnexpress.net)
(vovworld)- ຕອນບ່າຍວັນທີ 5/4, ທີ່ການຕ້ອນຮັບຄະນະຜູ້ແທນລວມມີ 80 ຄົນຕາງໜ້າໃຫ້ອະດີດນັກໂທດການເມືອງນະຄອນໂຮ່ຈິມິນ 9000 ຄົນໄດ້ມາຢ້ຽມຢາມນະຄອນຫຼວງຮ່າໂນ້ຍ, ທ່ານນາງຫງວຽນທິຢວານ, ຮອງປະທານປະເທດຫວຽດນາມ ໄດ້ແຈ້ງໃຫ້ຄະນະຊາບກ່ຽວກັບສະພາບການເສດຖະກິດ, ການເມືອງ, ສັງຄົມຂອງປະເທດຊາດໃນປະຈຸບັນ, ບັນດາຄວາມມານະພະຍາຍາມຂອງພັກ, ລັດໃນການເອົາໃຈໃສ່ເບິ່ງແຍງໃຫ້ບັນດາຄອບຄົວທີ່ມີຄຸນງາມຄວາມດີ, ຄອບຄົວນະໂຍບາຍ, ບັນດາອະດີດນັກການເມືອງ….ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ປາດຖະໜາວ່າ, ບັນດາອະດີດນັກໂທດການເມືອງຈະເສີມຂະຫຍາຍມູນເຊື້ອ, ປະກອບສ່ວນຫຼາຍກ່ວາອີກໃຫ້ແກ່ເຂດຊຸມຊົນ, ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ; ສືບຕໍ່ແມ່ນແບບຢ່າງດີດເດັ່ນໃນການສ້າງກຸ່ມກ້ອນມະຫາສາມັກຄີຢູ່ຮາກຖານ, ມີບັນດາການເຄື່ອນໄຫວອັນແທດຈິງເພື່ອສຶກສາອົບຮົມລຸ້ນໜຸ່ມ.