(vovworld) - ວັນທີ 14/7, ຄະນະຜູ້ແທນຄະນະຊີ້ນຳແຫ່ງລັດກ່ຽວກັບໂຄງການດຳເນີນງານແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກພາຍຫຼັງສົງຄາມ (ຄະນະຊີ້ນຳ 504) ໂດຍພົນໂທ Nguyen Chi Vinh, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ, ຫົວໜ້າປະຈຳຄະນະຊີ້ນຳ 504 ນຳໜ້າ, ເລີ່ມເດີນທາງໄປປະຕິບັດງານຢູ່ ອາເມລິກາ. ໃນໄລຍະເຮັດວຽກຢູ່ອາເມລິກາ, ແຕ່ວັນທີ 14-24/7, ພົນໂທ Nguyen Chi Vinh ພ້ອມກັບຄະນະຜູ້ແທນຫວຽດນາມຈະມີການແລກປ່ຽນກັບຜູ້ຕ່າງໜ້າກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ກະຊວງແຮງງານ ແລະ ສສຊ ອາເມລິກາຈຳນວນໜຶ່ງ, ເຮັດວຽກກັບບາງອົງການຂອງສະຫະປະຊາຊາດ, ໄປຢ້ຽມຢາມຫົວໜ່ວຍຄົ້ນຄ້ວາ, ພັດທະນາເຕັກໂນໂລຢີ, ເຝິກແອບການມ້າງທຳລາຍລະເບີດບໍ່ທັນແຕກ - ກະຊວງປ້ອງກັນປະເທດອາເມລິກາ. ການຢ້ຽມຢາມຂອງຄະນະ ແມ່ນເພື່ອຊຸກຍູ້ການໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກພາຍຫຼັງສົງຄາມ.