ຄະນະສະມາຊິກສະພາແຫ່ງຊາດແຂວງກວາງບີ່ງຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດລາວ
ທ່ານຮອງປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ
ເຮັດວຽກຢູ່ແຂວງ ດ່ານັ້ງ
(ພາບ: cadn.com.vn)
|
(vovworld) – ຄະນະສະມາຊິກສະພາແຫ່ງຊາດແຂວງ ກວາງບີ່ງ ໃຫ້ການຕ້ອນຮັບ ທ່ານຮອງປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງບີ່ງ, ທາງພາກກາງ ຫວຽດນາມ. ຕອນບ່າຍວັນທີ 16/4, ທ່ານຮອງປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ມີການພົບປະກັບທ່ານເລຂາຜູ້ປະຈຳການຄະນະພັກແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງ ກວາງບີ່ງ ຮ່ວາງດັງກວາງ. ນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ລາວ ປາດຖະໜາຢາກໃຫ້ການພົວພັນລະຫວ່າງແຂວງ ກວາງບີ່ງ ຂອງ ຫວຽດນາມ ແລະ ແຂວງ ຄຳມ່ວນ ຂອງ ລາວ ນັບມື້ນັບພັດທະນາ, ເພື່ອຜົນປະໂຫຍດລວມຂອງທັງ 2 ປະເທດ. ເນື່ອງໃນໂອກາດນີ້, ຄະນະປະຕິບັດງານ ໂດຍທ່ານ ໄຊສົມພອນ ພົມວິຫານ ເປັນຫົວໜ້າຄະນະ ໄດ້ລົງຢ້ຽມຢາມເຂດເສດຖະກິດ ຮ່ອນລາ, ເຊິ່ງແມ່ນສະຖານທີ່ພວມຜັນຂະຫຍາຍກໍ່ສ້າງສາງເກັບມ້ຽນສິນຄ້າ ແລະ ລະບົບທໍ່ສົ່ງນ້ຳມັນແຕ່ທ່າກ່ຳປັ່ນ ຮ່ອນລາ (ກວາງບີ່ງ) ເຖິງແຂວງ ຄຳມ່ວນ.