ຄະນະເຈລະຈານິວເຄຼຍອີຣານ-IAEAມີຄວາມຄືບໜ້າ
ທ່ານ Yukiya Amano ແລະ ທ່ານ ປະທານາທິບໍດີ ອີຣານ Hassan Rouhani
(ພາບ: AFP/TTXVN)
(vovworld) – ການເຈລະຈາໄລຍະມໍ່ໆມານີ້ລະຫວ່າງ ອີຣານ ແລະ ອົງການພະລັງງານປະລະມານູສາກົນ (IAEA) ກ່ຽວກັບໂຄງການນິວເຄຼຍຂອງປະເທດ ອິດສະລາມ ນີ້ພວມຄືບໜ້າ ແລະ ມີລັກສະນະສ້າງສັນ. ນີ້ໄດ້ຮັບຖືວ່າແມ່ນສັນຍານດີພໍສົມຄວນໃນວິວັດທະນາການຫັນສຳເນົາເອກະສານທີ່ເຄີຍກໍ່ຄວາມໂຕ້ຖຽງກັນຂອງອຳນາດການປົກຄອງ ເຕເຮຣານ ກັບອົງການພະລັງງານຂອງ ສປຊ ນີ້ເປັນກະຈ່າງແຈ້ງ. ກ່າວຄຳເຫັນກັບວົງການນັກຂ່າວໃນວັນທີ 20/8, ທ່ານນາງໂຄສົກກະຊວງການຕ່າງປະເທດ ອີຣານ Marzeih Afkham ຊີ້ແຈ້ງວ່າ: ການຮ່ວມມືລະຫວ່າງ ອີຣານ ແລະ IAEA ພວມຮັບຮູ້ຄວາມຄືບໜ້າຫຼາຍຢ່າງ, ສະແດງໃຫ້ເຫັນຜ່ານການຢ້ຽມຢາມປະເທດນີ້ຂອງທ່ານຜູ້ອຳນວຍການໃຫຍ່ IAEA ທ່ານ Yukiya Amano ເມື່ອວັນທີ 17/8 ຜ່ານມາ. ຕາມທ່ານນາງແລ້ວ, 2 ຝ່າຍໄດ້ເຫັນດີເປັນເອກະສັນກ່ຽວກັບວິວັດທະນາການໂດຍອີງໃສ່ການເຈລະຈາຕ່າງໆທີ່ພວມດຳເນີນໄປ ເພື່ອແນໃສ່ລົບລ້າງບັນດາບັນຫາທີ່ຍັງບໍ່ທັນຈະແຈ້ງກ່ຽວກັບໂຄງການນິວເຄຼຍຂອງ ເຕເຮຣານ. ທ່ານນາງ Afkham ເນັ້ນໜັກວ່າ: ລັດຖະບານ ອີຣານ ຕັດສິນໃຈຮ່ວມມືກັບ IAEA ແລະ ຫວັງວ່າການເຈລະຈາຈະບັນລຸໄດ້ຄວາມຄືບໜ້າ, ມຸ່ງໄປເຖິງການແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງເທື່ອລະກ້າວ. ເຖິງຢ່າງໃດກໍ່ຕາມ, ທ່ານນາງໂຄສົກຜູ້ນີ້ກໍ່ຮຽກຮ້ອງໃຫ້ IAEA ຢຸດຕິການຫັນການເຈລະຈາຕ່າງໆກັບ ອີຣານ ເປັນບັນຫາການເມືອງ.