ຄະນະເຈົ້າໜ້າທີປ້ອງກັນ ຄວາມສະຫງົບອີຣານ ໄປຢ້ຽມຢາມຊີຣີ

ຄະນະເຈົ້າໜ້າທີປ້ອງກັນ ຄວາມສະຫງົບອີຣານ ໄປຢ້ຽມຢາມຊີຣີ - ảnh 1
( ພາບຈາກອີນເຕີແນດ )

(vovworld) -     ວັນ​ທີ 26/8, ທ່ານ​ປະທານ​ຄະນະ​ກຳມະການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ອີຣານ Alaeddin Boroujerdi ທີ່​ພວມ​ຢູ່​ຢ້ຽມຢາມຊີຣີ ​ໄດ້​ພົບ​ປະ​ກັບ​ປະທາ​ນາ​ທິບໍດີ​ຊີຣີ Basha Al Assad; ທ່ານ​ຮອງ​ປະທານາທິບໍດີ Farouq ​ແລະ ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດຊີຣີ Walid Al Moallem. ​ເນື້ອ​​ໃນ​ຂອງ​ການ​ພົບ​ປະ​ຍັງ​ບໍ່​ທັນ​ໄດ້​ຮັບ​ການປະກາດ​ຢູ່​ພາຫະ​ນະ​ສື່​ມວນ​ຊົນ, ​ແຕ່​ເຂົ້າ​ເຈົ້າ​ອາດ​ສາມາດ​ເຕື້ອງ​​ເຖິງ​ຂໍ້​ລິ​ເລີມ​ໃໝ່​ຂອງ​ອີຣານ ກ່ຽວ​ກັບ​ຊີ​ຣີ, ​ເຊິ່ງຄາດ​ວ່າ​ຈະ​ຖືກ​ນ​ຳມາ​ປຶກສາ​ຫາລື​ຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ (NAM) ທີ່​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 30 – 31/8.

ຂ່າວ/ບົດ​ອື່ນ