ທ່ານ Dinh The Huynh ກ່າວຄຳເຫັນທີ່ກອງປະຊຸມ
( ພາບ: dangcongsan.vn )
( vovworld ) – ຕອນບ່າຍວັນທີ 17/4, ຄະນະປະຕິບັດງານຂອງຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໂດຍທ່ານ Dinh The Huynh ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ເປັນຫົວໜ້າຄະນະ ໄດ້ໄປກວດກາການຜັນຂະຫຍາຍມະຕິກອງປະຊຸມສູນກາງພັກຄັ້ງທີ 4 “ ບາງບັນຫາຮີບດ່ວນໃນວຽກງານກໍ່ສ້າງພັກປະຈຸບັນ ” ແລະ ວຽກງານຜັນຂະຫຍາຍປະຕິບັດມະຕິເລກທີ 03 ຂອງກົມການເມືອງກ່ຽວກັບການ “ ສືບຕໍ່ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ ” ຢູ່ອົງຄະນະພັກນະຄອນ Can Tho. ນະທີ່ນີ້, ທ່ານ Dinh The Huynh ໄດ້ຕີລາຄາສູງເລື່ອງຜັນຂະຫຍາຍມະຕິສູນກາງຄັ້ງທີ 4 ໃຫ້ແກ່ພະນັກງານຫຼັກແຫຼ່ງຖືກຕາມກຳນົດເວລາ, ສ້າງຄວາມເຫັນດີເຫັນພ້ອມພາຍໃນໝູ່ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະ. ທ່ານ Dinh The Huynh ສະເໜີວ່າ ໃນໄລຍະທີ່ຈະມາເຖິງນະຄອນຄວນສືບຕໍ່ຜັນຂະຫຍາຍວຽກງານຕຳນິຕິຊົມ ແລະ ຕຳນິຕົນເອງຢ່າງເຂັ້ມງວດ ຖືກຕາມຈິດໃຈຊີ້ນຳຂອງມະຕິກອງປະຊຸມສູນກາງພັກຄັ້ງທີ 4, ຈັດຕັ້ງບັນດາກອງປະຊຸມຊາບຊືມມະຕິຢ່າງມີປະສິດທິຜົນຢູ່ບັນດາຂັ້ນເມືອງ ແລະ ບັນດາອົງຄະນະພັກຂຶ້ນກັບ ແລະ ສືບຕໍ່ຊີ້ນຳການຮໍ່າຮຽນຊາບຊືມມະຕິຢູ່ຂັ້ນຮາກຖານ ເພື່ອມີຄວາມຮັບຮູ້ລວມຢ່າງຄົບຖ້ວນ ແລະ ເລິກເຊິ່ງກ່ຽວກັບເປົ້າໝາຍ, ຄວາມໝາຍ, ເນື້ອໃນ ກຳແໜ້ນທັດສະນະແນວຄິດການຊີ້ນຳຂອງມະຕິສູນກາງພັກຄັ້ງທີ 4.