ຄາດຄະເນວ່າ, ປີ 2019 ເສດຖະກິດຂອງ ຫວຽດນາມ ອາດຈະບັນລຸລະດັບເຕີບໂຕ 7%

(VOVWORLD) - ນີ້ແມ່ນຂໍ້ມູນຂ່າວຖືກຍົກອອກມາທີ່ກອງປະຊຸມສຳມະນາກ່ຽວກັບການສັງລວມຕະຫຼາດການເງິນ ຫວຽດນາມ ປີ 2018 ໂດຍສັງເຂບ
ຄາດຄະເນວ່າ, ປີ 2019 ເສດຖະກິດຂອງ ຫວຽດນາມ ອາດຈະບັນລຸລະດັບເຕີບໂຕ 7% - ảnh 1ກອງປະຊຸມກ່ຽວກັບການເງິນ

“ເຖິງວ່າປີ 2018, ເສດຖະກິດທົ່ວໂລກ, ການຄ້າທົ່ວໂລກມີການເຕີບໂຕຊ້າກ່ວາການຄາດຄະເນກໍ່ຕາມ. ແຕ່ເສດຖະກິດ ຫວຽດນາມ ຍັງຄົງສືບຕໍ່ບັນລຸໄດ້ບາງຜົນງານທີ່ເປັນໜ້າຊື່ນຊົມ, ການເຕີບໂຕຄາດວ່າຈະບັນລຸ 6,9 – 7%, ນີ້ແມ່ນລະດັບສູງສຸດໃນຮອບເວລາ 10 ປີມານີ້”. ນີ້ແມ່ນຂໍ້ມູນຂ່າວຖືກຍົກອອກມາທີ່ກອງປະຊຸມສຳມະນາກ່ຽວກັບການສັງລວມຕະຫຼາດການເງິນ ຫວຽດນາມ ປີ 2018 ໂດຍສັງເຂບ, ໂດຍຄະນະກຳມະການຕິດຕາມກວດກາການເງິນແຫ່ງຊາດ ຈັດຕັ້ງໃນຕອນເຊົ້າວັນທີ 20 ທັນວາ ຢູ່ຮ່າໂນ້ຍ.

        ພື້ນຖານເສດຖະກິດມະຫະພາກສືບຕໍ່ໄດ້ຮັບການຮັກສາ ແລະ ປັບປຸງ. ໄພເງິນເຟີ້ໄດ້ຮັບການຄວບຄຸມໃນລະດັບຕ່ຳກ່ວາ 3,6%, ໄພເງິນເຟີ້ໄດ້ຮັບການຮັກສາເປັນປົກກະຕິໂດຍພື້ນຖານຕ່ຳກ່ວາ 1,5%. ທ່ານ ເຈືອງວັນເຟືອກ, ຜູ້ຮັກສາການປະທານຄະນະກຳມະການຕິດຕາມກວດກາການເງິນແຫ່ງຊາດ, ໃຫ້ຮູ້ວ່າ:

        “ຕະຫຼາດການເງິນ ຫວຽດນາມ ມີການຟື້ນຟູ ຢ່າງແຮງ, ຊັບສິນທັງໝົດຂອງລະບົບທະນາຄານກໍ່ເພີ່ມຂຶ້ນ ເມື່ອຄິດໄລ່ຕາມສະກຸນເງິນດົ່ງ ຫວຽດນາມ ແມ່ນປະມານ 14 ລ້ານຕື້ດົ່ງ; ໃນນັ້ນຂົງເຂດທະນາຄານ ຍັງກວມອັດຕາສ່ວນຫຼາຍ ປະມານ 95 96%. ຕະຫຼາດເງິນລົງທຶນພັດທະນາລື່ນກາຍຄາດໝາຍ. ຜົນກຳໄລຂອງທະນາຄານເພີ່ມຂຶ້ນຫຼາຍ, ສິ່ງດັ່ງກ່າວ ແມ່ນໝາກຜົນທີ່ແນ່ນອນຂອງບັນດານະໂຍບາຍ ໃນນັ້ນມີນະໂຍບາຍສ້າງໂຄງປະກອບລະບົບທະນາຄານຄືນໃໝ່.”

ຕອບກັບ

ຂ່າວ/ບົດ​ອື່ນ