ຄາດວ່າ, ໄພເງິນເຟີ້ ຂອງທັງປີຢູ່ລະດັບ 3 – 4%
(ພາບປະກອບ)
(vovworld) – ຄະນະຕິດຕາມກວດກາການເງິນແຫ່ງຊາດ ຫາກໍ່ປະກາດບົດລາຍງານສະພາບເສດຖະກິດ 9 ເດືອນ ແລະ ເດືອນ 09/2014. ເຊິ່ງຕາມນັ້ນແລ້ວ, ໄພເງິນເຟີ້ມີທ່າຫຼຸດລົງໂດຍພື້ນຖານ, ເຫຼືອພຽງ 3,12% ໃນເດືອນ 09/2014 ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013.
ຖ້າຫາກບໍ່ມີການເໜັງຕີງໃຫຍ່ດ້ານລາຄາສິນຄ້າທີ່ຈຳເປັນ, ໄພເງິນເຟີ້ຂອງທັງປີ 2014 ຢູ່ໃນລະດັບ 3 – 4%. ສິ່ງດັ່ງກ່າວຈະສ້າງເງື່ອນໄຂຫຼຸດອັດຕາດອກເບຍລົງ.